banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:77
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2322
ເດືອນນີ້:ເດືອນນີ້:13177
ທັງໝົດ:ທັງໝົດ:880353

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ບໍລິສັດ TTC ອັດຕະປື ລະດົມປະຊາຊົນ ປູກອ້ອຍຕາມຮູບແບບ 2+3  

          ໂຮງງານນຳຕານ-ອ້ອຍ ຂອງບໍລິສັດ TTC ອັດຕະປື ຈຳກັດຜູ້ດຽວ ໄດ້ດຳເນີນມາເປັນເວລາຫຼາຍປີສົມຄວນ ແຕ່ວ່າ ການຜະລິດການປູກອ້ອຍ ປ້ອນເຂົ້າໂຮງງານຜ່ານມາ ແມ່ນບໍລິສັດ ສຳປະທານເນື້ອທີ່ດິນປູກເອງ ສົ່ງອອກເອງ ໂດຍທີ່ປະຊາຊົນ ເປັນພຽງຜູ້ອອກແຮງງານ ເທົ່ານັ້ນ ແຕ່ຍັງບໍ່ທັນຕິດພັນກັບການສົ່ງເສີມ ໃຫ້ປະຊາຊົນມີລາຍຮັບເທົ່າທີ່ຄວນ.                                                                                                  ດັ່ງນັ້ນ ໃນກາງເດືອນ ມີນາ 2018 ຜ່ານມາ ບໍລິສັດ ນ້ຳຕານ-ອ້ອຍ TTC ອັດຕະປື ຈຳກັດຜູ້ດຽວ ໄດ້ຈັດກອງປະຊຸມ ເຜີຍແຜ່ນະໂຍບາຍສົ່ງເສີມການລົງທຶນ ຮ່ວມກັບ ປະຊາຊົນ ໃຫ້ເອົາເນື້ອທີ່ດິນ ເຂົ້າໃນການປູກອ້ອຍສະໜອງໃຫ້ໂຮງງານ ເພື່ອເປັນການເຜີຍ ແຜ່ແຜນນະໂຍບາຍຂອງ ບໍລິສັດ ນ້ຳຕານ-ອ້ອຍ (TTC) ເຂົ້າໃນການຜັນຂະຫຍາຍນະໂຍບາຍການ ແຜນພັດທະນາ ເສດຖະກິດ-ສັງຄົມຂອງ ແຂວງ ອັດຕະປື ໃນການສົ່ງເສີມ ການຜະລິດເປັນທີ່ເປັນ ສິນຄ້າ ສ້າງລາຍໄດ້ໃຫ້ປະຊາຊົນ ໃຫ້ນັບມື້ເພິ່ມຂຶ້ນແຕ່ນີ້ ຮອດປີ 2020 ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ທີ່ຫ້ອງການ ບ້ານ ໃຫຍ່ເຊກະໝານ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ໂດຍການເຂົ້າຮ່ວມຂອງ ທ່ານ ຄຳບຸນ ດວງພະບາງ ເຈົ້າເມືອງ ສາມັກຄີໄຊ, ມີ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າພະແນກ ກະສິກຳ-ປ່າໄມ້, ມີ ທ່ານ ນາງ ຫີ່ງ ບິກຫງອກ ຮອງປະທານບໍລິສັດ ນ້ຳຕານອ້ອຍ TTC ຈຳກັດຜູ້ດຽວ ຢູ ສສ ຫວຽດນາມ, ມີພະນັກງານ-ວິຊາການກ່ຽວ ຂ້ອງຈາກພະແນກການ ແລະ ບໍລິສັດ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍ ໃນບ້ານເຂົ້າຮ່ວມ.

ກອງປະຊຸມທີ່ ບໍລິສັດ ນ້ຳຕານ-ອ້ອຍ TTC ອັດຕະປື ຈັດຂຶ້ນໃນຄັ້ງນີ້ ແມ່ນ ເປັນກອງປະຊຸມເຜີຍແຜ່ນະ ໂຍບາຍການສົ່ງເສີມການລົງທຶນ ທັງລະດົມໃຫ້ປະຊາຊົນມີສ່ວນຮ່ວມ ເອົາເນື້ອທີ່ດິນຫັນທຳປານ ຜະລິດປູກອ້ອຍສະໜອງ ໃຫ້ໂຮງງານຕາມຮູບແບບ 2+3 ເຊັ່ນ: (2) ແມ່ນປະຊາຊົນມີດິນ, ເເຮງງານ; (3) ແມ່ນ ບໍລິສັດ ມີເຕັກນິກ, ສະໜອງທາງດ້ານແນວພັນ ແລະ ການເກັບທຶນຕະຫຼາດ, ໃນຄະນະນີ້ທາງ ບໍລິສັດ ຈະໄດ້ມີການລົງທຶນ ໃຫ້ປະຊາຊົນກ່ອນ ແລະ ຫັກເປັນເປີເຊັນ ໃນການເກັບກູ້ຜົນຜະລິດ ໝາຍຄວາມວ່າ: ໃນ 1 ເຮັກຕາ ທາງບໍລິສັດລົງທຶນໃຫ້ ມູນຄ່າ 6 ລ້ານກວ່າກີບ ແລະ ເກັບກູ້ທຶນຄືນແຕ່ລະໄລຍະ ເຊິ່ງມີ 3 ລະດູ ໃຫ້ສຳເລັດ, ການນຳໃຊ້ກົນໃກສອງບວກສາມ ແບປະຊາຊົນມີສ່ວນຮ່ວມ ຂອງບໍລິສັດ TTC ໃນເທື່ອນີ້ ແມ່ນເປັນໄລຍະຕົ້ນ ແລະ ໃນຕໍ່ໜ້າຖ້າຫາກວ່າ ປະຊາຊົນຫາກມີຄວາມເຂັ້ມແຂງໃນ ຈຸດສອງບວກສາມແລ້ວ ແມ່ນຈະມອບໃຫ້ສົ່ງເສີມປະຊາຊົນບໍລິການ 100%.                                               ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ເວົ້າວ່າ ການຜະລິດປູກອ້ອຍຖ້າຫາ ກວ່າປະຊາຊົນຫາກທຳການຜະລິດປູກຖືກຕ້ອງຕາມເຕັກນິກ ທີ່ທາງບໍລິສັດກຳນົດໃຫ້ ແມ່ນຈະໄດ້ສະມັດຕະພາບສູງເຖິງ 60-70 ໂຕນ/ຮຕ, ສຳລັບການເກັບຊື້ ແມ່ນ ທາງບໍລິສັດ ຮັບເກັບຊື້ ໃນລາຄາຕ່ຳສຸດ 2 ແສນ 50 ພັນ ກີບ/ໂຕນ ແລະ ການປັບຂຶ້ນຂອງລາຄາໃນຕໍ່ໜ້ານັ້ນ ແມ່ນ ອີງຕາມການໜິງຕິງຂອງການສົ່ງອອກ.

ທັງນີກໍ່ເພື່ອແນໃສ່ ການສ້າງລາຍຮັບໃຫ້ພໍ່ແມ່ປະຊາຊົນ ກໍ່ຄືຄອບຄົວ ກາຍເປັນກຳລັງອັນໃຫຍ່ ສາມາດຈັດຕັ້ງເປັນກຸ່ມການຜະລິດຍືນຍົງ ແລະ ເປັນເງື່ອນໄຂການເຂົ້າເຖິງຕະຫຼາດດີຂຶ້ນ ທັງສົ່ງເສີມສ້າງລາຍຮັບໃຫ້ແກ່ ຊາວກະສິກອນປັບປຸງຊີວິດການເປັນຢູ່ດີຂຶ້ນ ແລະ ມີຄວາມຍຸດຕິທຳທັງສອງກຳສອງຝ່າຍ.

ໂດຍ: ມາລາທິບ