banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:398
ມື້ວານນີ້:ມື້ວານນີ້:449
ອາທິດນີ້:ອາທິດນີ້:1751
ເດືອນນີ້:ເດືອນນີ້:11104
ທັງໝົດ:ທັງໝົດ:892566

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

 

ແຂວງອັດຕະປື ເຄື່ອນໄຫວຊຸກຍູ້ ວຽກງານຮອບດ້ານຢູ່ເມືອງ ສາມັກຄີໄຊ

ວັນທີ 9 ທັນວາ 2022 ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມຄະນະນຳຂອງແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ສາມັກຄີໄຊ,ເຊິ່ງການຕ້ອນຮັບໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງເມືອງ,ໂດຍການຕ້ອນຮັບຂອງທ່ານ ພິທູນ ມະວົງສາ ຮອງເຈົ້າເມືອງ ສາມັກຄີໄຊພ້ອມດ້ວຍ ພະນັກງານງານຫຼັກແຫຼ່ງພາຍໃນເມືອງ ໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວທ່ານເຈົ້າແຂວງອັດຕະປື ກໍ່ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2022ຈາກທ່ານ ຮອງເຈົ້າເມືອງ ສາມັກຄີໄຊ ເຊິ່ງໄດ້ຍົກໃຫ້ເຫັນ ການນຳພາ-ຊີ້ນຳ ວຽກງານຮອບດ້ານຂອງເມືອງໄລຍະ 11 ເດືອນຜ່ານມາ,ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 11 ເດືອນຜ່ານມາ ມີຄະດີເກີດຂຶ້ນທັງໝົດ 56 ເລື່ອງ ຜົນເສຍຫາຍ 250 ລ້ານກວ່າກີບ, ເກັບກູ້ຄືນໄດ້ 185 ລ້ານກວ່າກີບ, ຈັບຜູ້ຖືກຫາໄດ້ 115 ຄົນ, ຍິງ 12 ຄົນ. ສາມາດທັງມ້າງຄະດີຢາເສບຕິດໄດ້ 34 ເລື່ອງ, ກັກຕົວຕ້ອງຫາທັງໝົດ 39 ຄົນ, ຍິງ 5 ຄົນ,ຍຶດຂອງກາງຢາບ້າໄດ້ 13.605 ເມັດ,ວຽກງານເສດຖະກິດການປະຕິບັດລາຍຮັບເຂົ້າງົບປະມານ ປີ 2022 ສາມາດປະຕິບັດໄດ້ 9 ຕື້ກວ່າ ກີບ ເທົ່າ 140 % ຂອງແຜນການປີ,ລາຍຈ່າຍທັງໝົດ ປະຕິບັດໄດ້ 2 ຕື້ກວ່າກີບ,ເທົ່າກັບ 32 % ຂອງແຜນການປີ,ປີ 2022 ແຜນປູກເຂົ້ານາແຊງ 192 ເຮັກຕາ, ປະຕິບັດໄດ້ 155 ເຮັກຕາ,ແຜນຜະລິດເຂົ້ານາປີ 4.600 ເຮັກຕາ,ປະຕິບັດໄດ້ຕົວຈິງ 4.605 ເຮັກຕາ,ແຜນການປູກພືດເປັນສິນຄ້າ 4.333 ເຮັກຕາ ປະຕິບັດໄດ້ 5.988 ເຮັກຕາ,ທົ່ວເມືອງມີຊົນລະປະທານ 3 ແຫ່ງຄື: ໂຄງການນາພອກ 95ເຮັກຕາ,ປະຕິບັດໄດ້ 75 ເຮັກຕາ, ມີ 103ຄອບຄົວ, ນາແກ້ງຂາມ 95 ເຮັກຕາ ປະຕິບັດໄດ້ 78 ເຮັກຕາ, ມີ 158 ຄອບຄົວ,ອ່າງເກັບນໍ້າໜອງລົມ 2 ເຮັກຕາ ປະຕິບັດໄດ້ 2 ເຮັກຕາ ມີ 1 ຄອບຄົວ

ໄດ້ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນເປັນຕົ້ນແມ່ນກຸ່ມການຜະລິດຕ່າງໆເຊັ່ນ: ກຸ່ມຫັດຖະກຳຈັກສານ, ກຸ່ມຜະລິດແຜ່ນແພ, ຊຸກຍູ້ໃຫ້ເຂົາເຈົ້ານຳຜະລິດຕະພັນຂອງຕົນໄປວາງສະແດງ ແລະ ສົ່ງຂາຍທັງພາຍໃນແຂວງ ແລະ ຕ່າງແຂວງເຊັ່ນ: ກຸ່ມຜະລິດຕະພັນຫັດຖະກຳຈັກການບ້ານລະຍາວໃຕ້ກຸ່ມຜະລິດຕະພັນຕ່ຳແຜນແພຜ້າກະໂດ ບ້ານສີວິໄລ .ກຸ່ມຫັດຖະກຳເຄື່ອງປັ້ນດິນເຜົາ ບ້ານທ່າຫີນ.ສຳລັບວຽກງານຂົງເຂດວັດທະນະທຳ-ສັງຄົມ ໄດ້ຊຸກຍູ້ການເປີດການຮຽນ-ການສອນ ເປັນປົກກະຕິ,ລົງໂຄສະນາ ສຸຂະສຶກສາກ່ຽວກັບການປ້ອງກັນພະຍາດຕ່າງໆເຊັ່ນ: ພະຍາດໂຄວິດ 19, ໄຂ້ຍຸງລາຍ ແລະ ພະຍາດອື່ນໆ ຕາມລະດູການ, ສົ່ງເສີມສຸຂະພາບໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ, ປັດຈຸບັນໃນທົ່ວ ເມືອງມີ ອັດຕາການຊົມໃຊ້ນໍ້າສະອາດ 90 %, ອັດຕາການຊົມໃຊ້ວິດຖ່າຍ 86,72 %. ປະກາດເປັນບ້ານຍຸດຕິການຖ່າຍຊະຊາຍໄດ້ 16 ບ້ານ, ປະກາດເປັນບ້ານສາທາລະນະສຸກແບບຢ່າງໄດ້ 26 ບ້ານ,ລົງຕິດຕາມກວດກາບັນດາຮ້ານອາຫານ, ຮ້ານບັນເທີງຮ້ານຄາລາໂອເກະ,ຮ້ານນວດ, ຮ້ານເກມ ໃຫ້ ປະຕິບັດຕາມລະບຽບການ, ທົ່ວເມືອງມີຄອບຄົວວັດທະນະທຳ ທັງໝົດ 7.118 ຄອບຄົວ,ບ້ານ ວັດທະນະທຳມີ 26 ບ້ານ; ສ້າງຄອບຄົວວັດທະນະທໍາໃໝ່ ພ້ອມມອບໃບຢັ້ງຢືນໃນປີ 2022 ຈໍານວນ 18 ບ້ານມີ 1.093 ຄອບຄົວ.

ໂອກາດດັ່ງກ່າວທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ມີຄຳເຫັນຊີ້ນຳ ຫຼາຍບັນຫາ ເພື່ອເປັນທິດເຍືອງທາງ ໃຫ້ເມືອງ ສາມັກຄີໄຊໄດ້ຮັບການປັບປຸງ ວຽກທີ່ຍັງຄົງຄ້າງ ແລະແຜນແກ້ໄຂວຽກງານໃນປີ 2023 ໃຫ້ໄດ້ຮັບການຮັບການພັດທະນາ ຢ່າງຮອບດ້ານ,ເຊິ່ງທ່ານເຈົ້າແຂວງໄດ້ເນັ້ນໜັກວ່າ: ຕ້ອງເພີ່ມທະວີວຽກງານການເມືອງແນວຄິດ ຂອງແຕ່ລະພາກສ່ວນຕ້ອງກຳໄດ້ວຽກງານ ໃນແຕ່ລະດ້ານໂດຍຕິດພັນກັບແນວທາງ ນະໂຍບາຍຂອງພັກລັດ, ຕິດພັນກັບລະບຽບກົດຫມາຍ ໃຫ້ເຂົ້າສູ່ລະບົບ ໂດຍສະເພາະ ຕ້ອງຍົກສູງຄວາມຮັບຜິດຊອບ ແຕ່ລະວຽກງານທີ່ໄດ້ຮັບມອບຫມາຍ ໃຫ້ໄດ້ຮັບຜົນສໍາເລັດ,ເອົາໃຈໃສ່ແກ້ໄຂບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຢາເສບຕິດ ທີ່ເປັນສາເຫດຂອງການເກີດປະກົດການຫຍໍ້ທໍ້ຕ່າງໆ,ສືບຕໍ່ເອົາໃຈໃສ່ການຄຸ້ມຄອງ, ຮ້ານອາຫານ,ຮ້ານຄາລາໂອເກະ,ທີ່ເຫັນວ່າປະຕິບັດບໍ່ສອດຄ່ອງກັບໂມງເວລາ,ສືບຕໍ່ນໍາເອົາແຜນວຽກລົງໄປຈັດຕັ້ງປະຕິບັດຢູ່ບ້ານ ແລະ ຕິດພັນກັບ ການຕິດຕາມກວດກາ-ປະເມີນຜົນ ແລະ ແກ້ໄຂຈຸດ ອອ່ນ ຂໍ້ຄົງຄ້າງ ຕາມຈຸດພິເສດຂອງແຕ່ລະຂົງເຂດ, ເອົາໃຈໃສ່ຊຸກຍູ້ສົ່ງເສີມກຸ່ມ ການຜະລິດກະສິກໍາ ຫັດຖະກໍາ, ໃຫ້ຫຼາຍຂຶ້ນ ແລະ ກໍານົດເອົາຜະລິດຕະພັນ ສະເພາະຂອງເມືອງ ພ້ອມສົ່ງເສີມພັດທະນາໃຫ້ກາຍເປັນສິນຄ້າ, ເອົາໃຈໃສ່ວຽກງານຈັດສັນທີ່ດິນ, ການເກັບພາສີທີ່ດິນ, ສືບຕໍ່ຊຸກຍູ້ວຽກງານເສຍຄ່າທຳນຽມທາງທີ່ເປັນຖານລາຍຮັບສໍາຄັນໃຫ້ບັນລຸຕາມແຜນການ.

ຂ່າວ: ສິດຕິພອນ
ພາບ: ວິໄລສັກ