ການນຳແຂວງອັດຕະປື ຢ້ຽມຢາມແຂວງກອນຕູມ ເພື່ອອວຍພອນ ວັນຊາດຫວຽດນາມ ໃນມື້ວັນທີ 29 ສິງຫາ 2016 ນີ້ ສະຫາຍ ປອ ນາມ ວິຍາເກດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ເດີນທາງ ໄປແຂວງກອນຕູມ ເພື່ອອວຍພອນ ວັນຊາດຫວຽດນາມຄົບຮອບ 71 ປີ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ຫງຽນ ວັນຮຸງ ກຳມະການສູນກາງພັກ ກອມມູນິດຫວຽດນາມ ເລຂາພັກແຂວງ ປະທານສະ ພາປະຊາຊົນແຂວງກອນຕູມ ພ້ອມດ້ວຍ ຄະນະນຳຂອງແຂວງ ໂອກາດທີ່ເຕັມໄປດ້ວຍ ຄວາມໝາຍສຳຄັນ ສະຫາຍ ປອ ນາມ ວິຍາເກດ ໄດ້ຕາງໜ້າອຳນາດການປົກ ແລະ ປະຊາຊົນຊາວ ແຂວງອັດຕະປື ກ່າວສະແດງຄວາມ ຮູ້ສືກປິຕິຊົມຊື່ນ ທີ່ເຫັນວ່າ ຕະຫລອດໄລຍະ 71 ປີຜ່ານມາ ພາຍໃຕ້ການນຳ ພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກຄອມມູນິດຫວຽດນາມ ເວົ້າລວມ ເວົ້າສະເພາະແມ່ນ ການນຳພາຂອງຄະນະພັກ ຄະນະນຳແຂວງກອນຕູມ ໃນການນຳພາ ປະຊາຊົນ ຫວຽດນາມອ້າຍນ້ອງ ສາມາດຍາດໄດ້ຜົນສຳ ເລັດໃນຫລາຍໆດ້ານ ໂດຍສະເພາະ ແມ່ນການພັດທະນາ ເສດຖະກິດສັງຄົມ ໄດ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາ ດີຂື້ນເປັນກ້າວໆ ໂອກາດດັ່ງກ່່າວ ທ່ານກໍ່ໄດ້ກ່າວ ຄຳອວຍພອນ ແລະ ສະແດງຄວາມຊົມເຊີຍ ຕໍ່ໝາກຜົນອັນ ໃຫຍ່ຫຼວງຮອບດ້ານ ທີ່ແຂວງກອນຕູມ ອ້າຍນ້ອງຍາດມາໄດ້ ພ້ອມກັນນັ້ນ ທ່ານກໍ່ໄດ້ສະແດງຄວາມ ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບອົກຂອບໃຈ ມາຍັງແຂວງ ກອນຕູມ ທີ່ໄດ້ໃຫ້ການຮ່ວມມື ຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ແຂວງອັດຕະປື ໄລຍະຜ່ານມາ ພ້ອມທັງສະແດງ ຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ການຮ່ວມມືຮອບດ້ານ ອັດຕະປື-ກອນຕູມ ເຊິ່ງເປັນແຂວງ ແຮກສ່ຽວ ທີ່ມີຊາຍແດນ ຕິດຈອດກັນ ແລະ ນອນໃນເຂດສາມ ລ່ຽມເສດຖະກິດ CLV ຈະສືບຕໍ່ເຕີບໃຫຍ່ ຂະຫຍາຍຕົວ ຢ່າງໜັກແໜ້ນ ແລະໝັ້ນຄົງຍາວນານ ຕະຫຼອດໄປ.
ຈາກນັ້ນສອງຝ່າຍ ກໍ່ໄດ້ມີການປືກ ສາຫາລືກັນ ໃນຫລາຍບັນຫາ ໂດຍສະເພາະ ແມ່ນການຈັດ ຕັ້ງປະຕິບັດ ຕາມບົດບັນທືກ ທີ່ສອງຝ່າຍໄດ້ລົງນາມ ໃນປີຜ່ານມາ ພ້ອມນັ້ນຍັງ ໄດ້ແລກປ່ຽນຄຳຄິດ, ຄຳເຫັນ ແລະ ມີຄວາມ ເປັນເອກະພາບ ໃນການຮ່ວມມື ເພີ່ມເຕີມ ເປັນຕົ້ນ: ສອງແຂວງເຫັນດີ ທີ່ຈະນຳສະເໜີລັດຖະບານ ໃນການຍົກລະດັບ ເສັ້ນທາງ 18 ເບ ແຕ່ດ່ານພູເກືອ ຫາແຂວງອັດຕະປື ປະມານ 70 ກິໂລແມັດ, ການຍົກລະດັບ ດ່ານ ວັງຕັດ - ດັກລອງ, ການຮ່ວມມື ທາງດ້ານການລົງທືນ ແລະ ວຽກງານຊາຍແດນ ເຊິ່ງການ ມາຢ້ຽມຢາມ ແຂວງກອນຕູມ ແລະ ອວຍວັນຊາດ ຫວຽດນາມ ຂອງຄະນະຜູ້ແທນ ແຂວງອັດຕະປື ຄັ້ງນີ້ ແມ່ນເປັນການ ເພີ່ມພູນຄູນສ້າງ ແລະ ຮັດແໜ້ນ ຄວາມສາມັກຄີ ທີ່ມີມູນເຊື້ອ ລະຫວ່າງ ອັດຕະປື -ກອນຕູມ ເຊິ່ງເປັນ ແຂວງແຮກສ່ຽວ ທີ່ມີຊາຍແດນ ຕິດຈອດກັນ ໃຫ້ໜັ້ນຄົງທະນົງແກ່ນ ຕະຫລອດໄປ.