banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:194
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2439
ເດືອນນີ້:ເດືອນນີ້:13294
ທັງໝົດ:ທັງໝົດ:880470

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ປະຫັວດຫຍໍ້ກ່ຽວກັບແຂວງອັດຕະປື:atp12 ແຂວງອັດຕະປື: ເປັນເມືອງດັ້ງເດີມ ສືບສານກັນມາ ແຕ່ບູຮານນະການ, ປະກົດຊື່ໃນ ພົງສາວະດານ ອັດຕະປື ວ່າ: ເມືອງລາວຫຼົງ ໃນປີ ຄສ 638, ຕໍ່ມາປ່ຽນເປັນ “ຣາມາລັກອົງການ ”ຫຼື“ ເມືອງອົງການ” ໃນປີ 686, ເຖິງສະໄໝ ເຈົ້າໄຊຍະ ເສດຖາທິຣາດ ຄອງອະນາ ຈັກລ້ານຊ້າງ ຄ.ສ 1534 - 1752 ປ່ຽນເປັນ “ແອ້ກະບື” ( ແອ້ ເປັນຄຳສອຍ ໃນເວລາ ລຳຜະຫຍາ ພື້ນເມືອງ ຂອງຄົນທ້ອງຖິ່ນ, ມີຄວາມໝາຍ ວ່າ: ຄັກຫຼາຍແທ້ໆ / ສຸດຍອດ, ກະປືແປວ່າ: ຄວາຍ ). ເຫດຜົນ ທີ່ໄດ້ຊື່ແນວນີ້, ຍ້ອນວ່າ ດິນແດນນີ້ມີ ທຳມະຊາດ ທີ່ອຸດົມສົມບູນ, ມີຝູງງົວ, ຄວາຍປ່າ ແລະ ສັດນາໆ ຊະນິດມາອາໃສ ຢູ່ຖິ່ນນີ້ຫຼາຍແທ້ໆ. ມາຮອດປີ 1563 ພະເຈົ້າ ໄຊຍະເຊດຖາ ໄດ້ເລືອກເອົາ ແຂວງອັດຕະປື ເປັນເຂດທີ່ໝັ້ນ ຕ້ານທຸກກຳລັງ ການຮຸກຮານ ຂອງສັດຕູ; ປີ ຄ.ສ 1572 ຍ້ອນພະຍາ ນະຄອນ ຄິດກະບົດ ຢາກເປັນ ເຈົ້າແຜ່ນດິນ, ຈິ່ງມີກົນອຸບາຍ ທູນຕໍ່ເຈົ້າ ໄຊຍະ ເສດຖາທິຣາດ ວ່າ: ເຈົ້າເມືອງອົງການ ແອ້ກະບື ມີໃຈອອກຫ່າງ ບໍ່ຍອມຂຶ້ນກັບ ການປົກຄອງ ຂອງພະອົງ. Xiyasetra Imageພະເຈົ້າ ໄຊຍະ ເສດຖາທິຣາດ ຈຶ່ງໄດ້ນຳທັບຫຼວງ ໄປເຖິງ ເມືອງອົງການ (ແອ້ກະບື) ເພື່ອທຳການ ປັບປຸງກຳລັງ ໄປປາບປາມ ເມືອງດັ່ງກ່າວ ແຕ່ຖືກພວກ ກະບົດລອບ ປົງພະຊົນເມື່ອ ແຮມ 3 ຄ່ຳເດືອນອ້າຍ (ເດືອນຈຽງ) ຄສ 1572. ອັດຖີທາດ (ກະດູກ) ໄດ້ຖືກນຳມາ ປະດິດສະຖານ ໄວ້ທີ່ວັດທາດ ຈຸນລະມະນີໃກ້ ກັບທີ່ເກີດເຫດ ແລະ ພາຍຫຼັງມາ ເຂດການປົກຄອງ ທ້ອງຖິ່ນ ຂັ້ນເມືອງນີ້ ໄດ້ຮັບການ ຕັ້ງຊື່ວ່າ: ເມືອງໄຊ ເສດຖາ ແລະ ມາຮອດສະໄໝ ລາວເສຍ ເອກະລາດ ໃຫ້ຝຣັ່ງເສດ ປົກຄອງ ຈຶ່ງໄດ້ປ່ຽນຊື່ຈາກ ແອ້ກະບື ມາເປັນ ອັດຕະປື ມາເຖິງ ປະຈຸບັນນີ້. ໃນໄລຍະ ສົງຄາມຕໍ່ສູ້ ກູ້ເອົາເອກະລາດ ແລະ ປົດປອ່ຍຊາດ ຕ້ານການຮຸກຮານ ຂອງຈັກະພັດ ລ່າເມືອງຂຶ້ນແບເກົ່າ ແລະ ໃໝ່, ອັດຕະປື ໄດ້ເປັນຖານ ທີ່ໝັ້ນອັນ ແຂງແກ່ນ ຂອງກຳລັງ ການປະຕິວັດ ແລະ ໄດ້ຮັບການ ປົດປອ່ຍ ແຂວງອັດຕະປື ໃນວັນທີ 28 ເມສາ 1970; ອະນຸສອນ ແຫ່ງສົງຄາມ ຍັງມີຢ່າງ ຫຼວງຫຼາຍ ຢູ່ທາງທິດ ຕາເວັນອອກ ຂອງແຂວງ ໂດຍສະເພາະ ລຽບຕາມບໍລິເວນ ເສັ້ນທາງໂຮ່ຈິມິນ. ພາຍຫຼັງໄດ້ຮັບ ການປົດປອ່ຍ ທົ່ວປະເທດ ໃນປີ 1975 ອັດຕະປື ໄດ້ຮັບການ ຍົກຍ້ອງ ສັນລະເສີນ ເປັນແດນ “ວິຣະຊົນ” ແລະ ໄດ້ຮັບການ ພັດທະນາ ຮອບດ້ານເລື້ອຍໆ ມາຢ່າງບໍ່ຢຸດຢັ້ງ ຈົນເຖິງປະຈຸບັນນີ້.

Attapu1ທີ່ຕັ້ງຂອງແຂວງ: ແຂວງອັດຕະປື ເປັນແຂວງໜຶ່ງ ຕັ້ງຢູ່ພາກໃຕ້ ຂອງລາວ, ໄດ້ຈັດເຂົ້າເປັນ ທົ່ງພຽງທີ 7 ຂອງປະເທດ ມີເນື້ອທີ່ ທັງໝົດ 10.320 ກມ2 ສະເລ່ຍ 11 ຄົນ/ກມ; ທິດເໜືອ ຕິດກັບ ແຂວງເຊກອງ ຍາວ 137,5 ກມ, ທິດໃຕ້ຕິດກັບ ແຂວງລັດຕະນະຄີລີ ແລະ ແຂວງຊຽງແຕງ ແຫ່ງ ລາດສະອານາຈັກ ກຳປູເຈຍ ຍາວ 224,25 ກມ, ທິດຕາເວັນອອກ ຕິດກັບ ແຂວງກອນຕູມ ສສ. ຫວຽດນາມ ຍາວ 58 ກມ ແລະ ທິດຕາເວັນຕົກ ຕິດກັບແຂວງ ຈຳປາສັກ 180 ກມ, ພື້ນທີ່ສ່ວນໜຶ່ງ ຂອງແຂວງ ເປັນພູດອຍ ສູງຈາກລະດັບ ນ້ຳທະເລ ສະເລ່ຍ 800 ຫາ 1.560 ແມັດ. ແຂວງອັດຕະປື ປະກອບມີ 5 ເມືອງ ໃນນັ້ນ ມີ: 3 ເມືອງ ນອນໃນ 47 ເມືອງ ທຸກຍາກ ທົ່ວປະເທດ ມີ 147 ບ້ານ, ມີ 5 ບ້ານໃຫ່ຍ 7 ກຸ່ມບ້ານ, ມີ 26.819 ຄອບຄົວ, ຄອບຄົວທຸກຍາກ ກວມ 3.889 ຄອບຄົວ ເທົ່າກັບ 14,50% ຂອງຄອບຄົວ ທັງໝົດ (ຂໍ້ມູນປີ 2014); ດ້ານພົນລະເມືອງ ປີ 2008 ມີພົນລະເມືອງ 120.623 ຄົນ, ປີ 2009 ມີພົນລະເມືອງ 123,398 ຄົນ, ປີ 2010 ມີພົນລະເມືອງ 123,816 ຄົນ, ປີ 2011 ມີພົນລະເມືອງ 126.292 ຄົນ, ປີ 2012 ມີພົນລະເມືອງ 129.353 ຄົນ, ປີ 2013 ມີພົນລະເມືອງ 135.024 ຄົນ,  ປີ 2014 ມີພົນລະເມືອງ 137.529 ຄົນ, ປີ 2015 ມີພົນລະເມືອງ 142.958 ຄົນ, ປີ 2016 ມີພົນລະເມືອງ 145.817 ຄົນ, ອັດຕາການ ຂະຫຍາຍຕົວ ຂອງພົນລະເມືອງ ເທົ່າກັບ 2%/ປີ, ປະກອບມີ 11 ຊົນເຜົ່າ ໃນນີ້ ເຜົ່າລາວລຸ່ມ ກວມ 36,9%.

tn IMG 2982ສະພາບຈຸດພິເສດ ແລະ ທ່າແຮງ: ແຂວງອັດຕະປື ເປັນແຂວງ ທີ່ອຸດົມສົມບູນ ທາງດ້ານ ຊັບພະຍາກອນ ທໍາມະຊາດ, ມີເສັ້ນທາງ ຍຸດທະສາດ ເຊິ່ງເປັນ ເງື່ອນໄຂ ໃນການພັດທະນາ ເສດຖະກິດ-ສັງຄົມ ດ້ວຍ 6 ທ່າແຮງ ຕົ້ນຕໍ ຄື: 1. ທ່າແຮງ ດ້ານການ ປູກຝັງ, ເຊິ່ງແຂວງ ອັດຕະປື ເປັນແຂວງ ທົ່ງພຽງ ມີເນື້ອທີ່ ການຜະລິດ ກະສິກໍາ ປະມານ 200.000 ຮຕ ໃນປະຈຸບັນ ໄດ້ບຸກເບີກ ເນື້ອທີ່ພຽງແຕ່ 30.000 ຮຕ ທີ່ເປັນຂອງ ປະຊາຊົນ ບັນດາເຜົ່າ ແລະ ນໍາໃຊ້ໃຫ້ ບໍລິສັດ ຫວຽດນາມ ມາລົງທຶນ ປູກຢາງພາລາ ຕາມກົນໄກສໍາປະທານ 2+3 ຈໍານວນ 11.000 ຮຕ. 2. ທ່າແຮງ ດ້ານລ້ຽງສັດ, ແຂວງອັດຕະປື ມີທົ່ງຫຍ້າ ກວ້າງຂວາງ ແລະ ສາຍນໍ້າ ຫຼາຍສາຍເໝາະ ແກ່ການ ລ້ຽງສັດບົກ, ສັດນໍ້າ. 3. ທ່າແຮງ ດ້ານພະລັງງານ ໄຟຟ້ານໍ້າຕົກ, ແຂວງອັດຕະປື ມີແມ່ນໍ້າສໍາຄັນ 7 ສາຍ ຄື: ແມ່ນໍ້າ ເຊກອງ, ເຊກະໝານ, ເຊນໍ້ານ້ອຍ, ເຊຊຸ, ເຊປຽນ, ເຊຄໍາພໍ, ນໍ້າກົງ ແລະ ແມ່ນໍ້າ ອື່ນໆ ສາມາດ ສ້າງເຂື່ອນ ໄຟຟ້ານໍ້າຕົກ ແລະ ຊົນລະ ປະທານ. 4. ທ່າແຮງ ດ້ານບໍ່ແຮ່, ແຂວງອັດຕະປື ມີບໍ່ແຮ່ຫຼາຍ ຊະນິດ ເຊັ່ນ: ບໍ່ຄໍາ, ບໍ່ແກ້ວ, ບໍ່ທອງແດງ, ບໍ່ ບົກຊິດ ແລະ ອື່ນໆ; tn DSC04450ເຊິ່ງໄດ້ສໍາຫຼວດ ເກັບກໍາຂໍ້ມູນ ແລະ ໄດ້ດຳເນີນ ການຂຸດຄົ້ນ ປຸງແຕ່ງ ຈໍານວນໜຶ່ງ. 5. ທ່າແຮງ ດ້ານທ່ອງທ່ຽວ ແຂວງອັດຕະປື ມີແຫຼ່ງທ່ອງທ່ຽວ ຫຼາຍແຫ່ງ: ທ່ອງທ່ຽວ ທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເຊັ່ນ: ແກ້ງພະຟອງ, ນໍ້າຕົກຕາດ ສະໝອງພາກ, ນໍ້າຕົກຕາດແຊພະ, ແຊປ້ອງໄລ, ຕາດລະມອງ, ໜອງຟ້າ, ໜອງໄກ່ໂອກ, ສະຖານທີ່ໝັ້ນ ການປະຕິວັດ ແລະ ວັດທະນະທໍາ ຊົນເຜົ່າຕ່າງໆ ມີຫຼາກຫຼາຍ ສິ່ງຢ່າງ ທີ່ເປັນມູນ ມໍລະດົກ ຕົກທອດ ມາແຕ່ບູຮານ ນະການ, ປະຈຸບັນຍັງບໍ່ ທັນມີການ ລົງທຶນ ການທ່ອງທ່ຽວ ດັ່ງກ່າວ. 6. ທ່າແຮງ ດ້ານການ ບໍລິການ ທາງຜ່ານ ສາມາດຢືນຢັນ ໄດ້ວ່າ ແຂວງອັດຕະປື ມີເສັ້ນທາງ ຜ່ານສາຍ ຫຼັກຄື: ເສັ້ນທາງ 18B ອອກສູ່ ສສ ຫວຽດນາມ, ທາງ 1J ອອກສູ່ ລາດສະອານາ ຈັກກໍາປູເຈຍ, ທາງ 18A ອອກສູ່ ແຂວງ ຈໍາປາສັກ ແລະ ລາດສະອານາຈັກໄທ; ເສັ້ນທາງ 16A ອອກສູ່ ແຂວງເຊກອງ, ແຂວງ ສາລະວັນ, ຈໍາປາສັກ ແລະ ລາດສະ ອານາຈັກໄທ.