atp 17

ການຂະຫຍາຍຕົວຂອງ GDP ແລະ ອັດຕາຄວາມທຸກຍາກ ແຕ່ປີ 2009-2016: ປີ 2009-2010: ໂຄງການລົງທຶນ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ທັງຫມົດມີ: 69 ໂຄງການ ລວມມູນຄ່າ: 27,83 ຕື້ກີບ, ລວມຍອດ ຜະລິດຕະພັນ ພາຍໃນ (GDP) ເພີ່ມຂີ້ນ 8.18%, ມີມູນຄ່າໃນປີ ເທົ່າກັບ 623.15 ຕື້ກີບ, GDP ສະເລັ່ຽ ຕໍ່ຫົວຄົນ ບັນລຸໄດ້ 5.03 ລ້ານກີບ ຫລືເທົ່າກັບ 614 ໂດລາ (ອັດຕາແລກປ່ຽນ 8,200 ກີບ/$), ອັດຕາຄວາມທຸກຍາກ ຍັງເຫລືອ 3.910 ຄອບຄົວ ເທົ່າກັບ 18% ( ປະເມີນຕາມມາດຖານເກົ່າ).

ປີ 2010-2011: ໂຄງການລົງທຶນ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ທັງຫມົດມີ 113 ໂຄງການ, ລວມມູນຄ່າ: 35,64 ຕື້ກີບ, ລວມຍອດ ຜະລິດຕະພັນ ພາຍໃນ (GDP) ບັນລຸໄດ້ 11%, ສ້າງມູນຄ່າເພີ່ມ ໃນປີໄດ້ປະມານ 890 ຕື້ກີບ; GDP ສະເລັ່ຽ ຕໍ່ຫົວຄົນ ບັນລຸໄດ້ 7 ລ້ານກີບ/ຄົນ/ປີ ຫລື ເທົ່າກັບ 881 ໂດລາ/ຄົນ (ອັດຕາ ແລກປ່ຽນ 8.000 ກີບ/ໂດລາ), ອັດຕາ ຄວາມທຸກຍາກ ຍັງເຫລືອ 11.418 ຄອບຄົວ ເທົ່າກັບ 48,62% ( ປະເມີນ ຕາມດຳລັດ 285/ນຍ ).

ປີ 2011-2012: ໂຄງການລົງທຶນ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ທັງຫມົດມີ 176 ໂຄງການ, ລວມມູນຄ່າ 87,92 ຕື້ກີບ, ລວມຍອດ ຜະລິດຕະພັນ ພາຍໃນ (GDP) ເພີ່ມຂຶ້ນ ເກີນຄາດໝາຍ ເທົ່າກັບ 38% ມີມູນຄ່າ 1.400 ຕື້ກີບ, GDP ສະເລັ່ຽ ຕໍ່ຫົວຄົນ ບັນລຸໄດ້ 1.300 ໂດລາ/ຄົນ/ປີ ຫລື 920 ໂດລາ/ຄົນ/ປີ,  ອັດຕາ ຄວາມທຸກຍາກ ຍັງເຫລືອ 7.024 ຄອບຄົວ ເທົ່າກັບ 29%.

ປີິ 2012-2013: ໂຄງການລົງທຶນ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ທັງຫມົດມີ 134 ໂຄງການ ( ລວມທັງບ້ວງ ພັດທະນາຊົນນະບົດ, ຈັດສັນພູມລຳເນົາ ແລະ ບ່ອນທຳມາ ຫາກິນຖາວອນ ໃຫ້ປະຊາຊົນ ) ລວມມູນຄ່າ 75,921 ຕື້ກີບ; ລວມຍອດ ຜະລິດຕະພັນ ພາຍໃນ (GDP) ສືບຕໍ່ຂະຫຍາຍ ຕົວປະມານ 16,5%, ໃນນີ້: ອັດຕາເງິນເຟີ້ 5% (ລວມຍອດ ຜະລິດຕະພັນ ພາຍໃນ ຕົວຈິງເທົ່າກັບ 11,5%) ແລະ ສາມາດ ສ້າງມູນຄ່າເພີ່ມລາຄາ ໃນປີໄດ້ປະມານ 1.665 ຕື້ກີບ (ແຜນການ 1.720ຕື້ກີບ), GDP ສະເລັ່ຽ ຕໍ່ຫົວຄົນ ບັນລຸໄດ້ 1.545 ໂດລາ (ແຜນການ 1.500 ໂດລາ) ອັດຕາແລກປ່ຽນ 8.000 ກີບ/ ໂດລາ ສະຫາລັດ ຫຼື ເທົ່າກັບ 12,36 ລ້ານ ກີບ (ແຜນການ 12 ລ້ານກີບ), ອັດຕາ ຄວາມທຸກຍາກ ຍັງເຫລືອ 5.918 ຄອບຄົວ ເທົ່າກັບ 22,40%.

ປີ 2013-2014: ໂຄງການລົງທຶນ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ທັງຫມົດມີ 126 ໂຄງການ ( ລວມທັງບ້ວງ ພັດທະນາຊົນນະບົດ, ຈັດສັນພູມລຳເນົາ ແລະ ບ່ອນທຳມາ ຫາກິນຖາວອນ ໃຫ້ປະຊາຊົນ ) ລວມມູນຄ່າ 55,116 ຕື້ກີບ, ສູ້ຊົນເຮັດໃຫ້ ລວມຍອດ ຜະລິດຕະພັນ ພາຍໃນ (GDP) ເພີ່ມຂື້ນບໍ່ໃຫ້ຫຼຸດ 13% ແລະ ສ້າງມູນຄ່າເພີ່ມ ໃນປີ ໃຫ້ໄດ້ປະມານ 1.900 ຕື້ກີບ, - GDP ເພີ່ມຂຶ້ນສະເລ່ຍ 12% ແລະ ສ້າງມູນຄ່າເພີ່ມ 1.865 ຕື້ກີບ; ສະເລັ່ຽ ຕໍ່ຫົວຄົນ ໄດ້ປະມານ 13 ລ້ານ ກີບ ( ແຜນວາງໄວ້ 13,6 ລ້ານກີບ ) ຫຼື ເທົ່າກັບ 1.620 ໂດລາສະຫາລັດ ( ແຜນ 1.700 ໂດລາ ), ອັດຕາ ຄວາມທຸກຍາກ ຍັງເຫລືອ 3.889 ຄອບຄົວ ເທົ່າກັບ 14,50% (ປະເມີນຕາມດຳລັດ 309/ນຍ), ຄອບຄົວທຸກຍາກ ຫລຸດລົງ 1.247 ຄອບຄົວ ເທົ່າກັບ 4,72% ຫລຸດຈາກ 3.889 ຄອບຄົວ ໃນປີ 2013 ຍັງເຫລືອ 2.642 ຄອບຄົວ ຫລື ເທົ່າກັບ 10% ໃນປີ 2015.

ປີ 2015-2016: ສະພາແຫ່ງຊາດ ຮັບຮອງໂຄງການ ລົງທຶນຂອງລັດ ທັງໝົດ ຈຳນວນ 124 ໂຄງການ; ໃນນີ້: ບ້ວງປົກກະຕິ ຈຳນວນ 110 ໂຄງການ, ບ້ວງພັດທະນາ ຊົນນະບົດ ແລະ ລືບລ້າງ ຄວາມທຸກຍາກ ຈຳນວນ 6 ໂຄງການ, ບ້ວງຈັດສັນ ພູມລຳເນົາ ແລະ ບ່ອນທຳກິນຖາວອນ ຈຳນວນ 6 ໂຄງການ ແລະ ບ້ວງຟື້ນຟູ ຊົນລະປະທານ ຈຳນວນ 2 ໂຄງການ, ມູນຄ່າລວມ ທົງໝົດ 678,74 ຕື້ກີບ; ມູນຄ່າທຶນ ທີ່ອະນຸມັດໃນສົກປີ 74,4 ຕື້ກີບ; ໃນນັ້ນ: ທຶນພາຍໃນ 46,4 ຕື້ກີບ ແລະ ທຶນຕ່າງປະເທດ 28 ຕື້ກີບ. ໃນນີ້ ສຳລັບສົກປີນີ້ ແມ່ນໄດ້ມີໂຄງການ ລົງທຶນຂອງ ລັດທີ່ສະເໜີເລື່ອນ ໄປຈ່າຍງວດທີ I ປີ 2017 ຈໍານວນ 24 ໂຄງການ, ມຸນຄ່າ 6,12 ຕື້ກີບ, ເນື່ອງຈາກການ ເກັບລາຍງົບປະມານ ຂອງລັດຖະບານ ບໍ່ໄດ້ຕາມການ.

ປີ 2015-2016: ເສດຖະກິດ ຂອງແຂວງອັດຕະປື ຍັງສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບ 10,88%, ສາມາດສ້າງ ມູນຄ່າເພີ່ມ ຕາມລາຄາ ໃນປີໄດ້ ປະມານ 2.187,10 ຕື້ກີບ, ພົນລະເມືອງ ປີ 2016 ມີ 142.958 ຄົນ ດ້ວຍອັດຕາ ເພີ່ມສະເລ່ຍ 2% ຕໍ່ປີ, ລວມຍອດ ຜະລິດຕະພັນ ພາຍໃນ (GDP) ສະເລ່ຍ ຕໍ່ຫົວຄົນ ບັນລຸໄດ້ 15,30 ລ້ານກີບ/ຄົນ/ປີ ຫຼື ເທົ່າກັບ 1.876 ໂດລາ ສະຫາລັດ/ຄົນ/ປີ (ອັດຕາແລກປ່ຽນ 8.157 ກີບ/ໂດລາສະຫະລັດ) ຫຼຸດແຜນການ 44 ໂດລາສະຫາລັດ (ແຜນການ 1.920 ໂດລາສະຫະລັດ), ໃນນັ້ນ: - ຂະແໜງ ກະສິກຳ ເພີ່ມຂື້ນ 9,86% ກວມເອົາ 25,32% - ຂະແໜງ ອຸດສາຫະກຳ ເພີ່ມຂື້ນ 16,04% ກວມເອົາ 32,48% - ຂະແໜງ ການບໍລິການ ເພີ່ມຂື້ນ 10,21% ກວມເອົາ 42,13%. - ປີ 2015 ຍັງມີຄອບ ຄົວທຸກຍາກ ທັງໝົດ 2.973 ຄອບຄົວ , ກວມເອົາ 10,85% ຂອງຄອບຄົວ ທັງໝົດ (27.412 ຄອບຄົວ), ທຽບໃສ່ປີ 2014 ຫຼຸດລົງ 1.860 ຄອບຄົວ; ຍັງມີບ້ານທຸກຍາກ 24 ບ້ານ, ກວມເອົາ 16,44% ຂອງບ້ານທັງໝົດ (147 ບ້ານ) ທຽບໃສ່ປີ 2014 ຫຼຸດລົງ 10 ບ້ານ; ມີຄອບຄົວ ພັດທະນາ ທັງໝົດ 19.927 ຄອບຄົວ, ເທົ່າກັບ 72,69% ຂອງຈໍານວນ ຄອບຄົວ ທັງໝົດ, ທຽບໃສ່ປີ 2014 ເພີ່ມຂື້ນ 2.815 ຄອບຄົວ; ມີບ້ານພັດທະນາ ທັງໝົດ 64 ບ້ານ, ເທົ່າກັບ 43,84% ຂອງຈໍານວນ ບ້ານທັງໝົດ, ທຽບໃສ່ປີ 2014 ເພີ່ມຂື້ນ 17 ບ້ານ.

ຂໍ້ມູນຈາກພະແນກແຜນການ ແລະ ການລົງທຶນແຂວງອັດຕະປື