banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:44
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2005
ເດືອນນີ້:ເດືອນນີ້:8127
ທັງໝົດ:ທັງໝົດ:889589

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຖວທ ອັດຕະປື ສະຫຼຸບໂຄງການປ້ອງກັນການຕິດເຊື້ອ ເຮສໄອວີ

          ໂຄງການ ທົດລອງ ການສ້າງຄວາມເຂັ້ມແຂງ ເພື່ອປ້ອງກັນ ການຕິດເຊື້ອ ເຮສໄອວີ/ພະຍາດເອດ ໂດຍແມ່ນພະແນກ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ອັດຕະປື ໄດ້ຮັບທຶນຊ່ວຍ ເຫຼືອຈານໂຄງການຮ່ວມ ມືລະຫວ່າງທະນະຄານພັດທະນາອາຊີ ຫຼື ADB ແລະ ລັດຖະບານ ສປປ ລາວ ຜ່ານສູນຕ້ານເອດ ກະຊວງສາທາລະນະສຸກ ໃນງົບປະມານ ຈຳນວນ 2 ຮ້ອຍລ້ານກວ່າກີບ ເຊິ່ງໄດ້ຈັດຕັ້ງ ປະຕິບັດມາແຕ່ວັນທີ 17 ມັງກອນ ແລະ ມາຮອດວັນທີ 12 ທັນວາ 2017 ກໍ່ໄດ້ຈັດກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນ ຢ່າງເປັນທາງການ ທີ່ສະຖານີວິທະຍຸ-ໂທລະພາບແຂວງ ອັດຕະປື.

          ເປັນກຽດເຂົ້າຮ່ວມ ໃນກອງປະຊຸມດັ່ງກ່າວ ມີ ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກ ຖວທ ແຂວງ ອັດຕະປື, ມີທ່ານ ອະນຸສັກ ຫອມສົມບັດ ຫົວໜ້າຫ້ອງການບໍລິຫານພະແນກ ສາທາລະນະສຸກແຂວງ, ມີຄະນະກອງເລຂາຕ້ານເອດຂັ້ນ ພະແນກສາທາລະ ນະສຸກແຂວງ, ຂັ້ນເມືອງ ແລະ ພະນັກງານ ປະສານງານເຂົ້າຮ່ວມ.

          ໂຄງການທົດລອງ ກ່ຽວກັບການ ປ້ອງກັນການຕິດເຊື້ອ ເຮສໄອວີ/ພະຍາດເອດ ເປັນໂຄງການ ທີ່ໄດ້ຮັບການຮ່ວມມືຈາກ ກອງເລຂາຕ້ານເອດ ພະແນກສາທາ ລະນະສຸກແຂວງ ແລະ ພະແນກ ຖວທ ແຂວງ ເປັນຜູ້ຈັດຕັ້ງປະຕິບັດຕາມໜັງສືສັນຍາ ສະບັບເລກທີ 0622/ສຕອ.ຄກ ລົງວັນທີ 22/11/2016 ໃນຈຳນວນງົບ ປະມານ 2 ຮ້ອຍລ້ານກວ່າກີບ ເຊິ່ງໄດ້ດຳເນີນ ມາແຕ່ ວັນທີ 17 ມັງກອນ 2017 ເປັນຕົ້ນມາ, ມີຈຸດເປົ້າໝາຍຢູ່ 3 ເມືອງຄື: ເມືອງ ສາມັກຄີໄຊ, ເມືອງ ໄຊເສດຖາ ແລະ ເມືອງ ພູວົງ ຂອດການຈັດ ຕັ້ງປະຕິບັດແມ່ນ ໃຫ້ຄວາມຮູ້ເພື່ອຫຼຸດຜ່ານຈາກ ພຶດຕິກຳສ່ຽງຕໍ່ການຕິດເຊື້ອ ເຮສໄອວີ/ພະຍາດເອດ, ພະຍາດຕິດຕໍ່ ທາງເພດສຳພັນ, ການໃຊ້ຖົງຢາງອະນາໄມ ເພື່ອປ້ອງກັນ ລວມທັງກິດກິດຈະກຳທີ່ກ່ຽວ ຂ້ອງອື່ນໆ ສ່ວນໃຫຍ່ແມ່ນ ກວມເອົາບັນດາ ປະຊາກອນເຄື່ອນຍ້າຍ ທີ່ໄດ້ຮັບຜົນກະທົບຢູ່ ພາຍໃນແຂວງ ແລະ ລຽບຕາມເຂດຊາຍແດນ ເປັນຕົ້ນແມ່ນ ສາວບໍລິການ ໃນຮ້ານອາຫານ, ຮ້ານກິນດື່ມ, ຮ້ານກາລະໂອເກະ ແລະ ຈຸດພັກແຮງງານ ເຄື່ອນຍ້າຍ ຢູ່ຕາມນິຄົມເຂດອຸດສາຫະກຳ ເຊັ່ນ: ສວນອ້ອຍ, ສ່ວນຢາງພາລາ, ໂຮງເລື່ອຍ, ເຂື່ອນໄຟຟ້າ, ຟາມລ້ຽງສັດ ແລະ ອື່ນໆ, ຜ່ານການຈັດ ຕັ້ງປະຕິບັດຕົວຈິງໃນ 3 ເມືອງ ສົກປີ 2017 ມີຈຳນວນກຸ່ມເປົ້າໝາຍເຂົ້າຮ່ວມທັງໝົດ 2.022 ຄົນ, ຍິງ 896 ຄົນ ລື່ນແຜນ 20,36% ໃນນີ້ ຊົນເຜົ່າມີ 192 ຄົນ, ຍິງ 112 ຄົນ, ແຮງງານເຄື່ອນຍ້າຍ 1.117 ຄົນ, ຍິງ 219 ຄົນ, ໃນນີ້ຊາວຕ່າງປະເທດມີ 932 ຄົນ. ລວມງົບປະມານ ໃນການດໍາເນີນກິດຈະກໍາດັ່ງກ່າວ 2 ຮ້ອຍສີ່ສິບລ້ານກີບ ປະຕິບັດໄດ້ 100%.

ໂດຍ: ມາລາທິບ