banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:368
ມື້ວານນີ້:ມື້ວານນີ້:449
ອາທິດນີ້:ອາທິດນີ້:1721
ເດືອນນີ້:ເດືອນນີ້:11074
ທັງໝົດ:ທັງໝົດ:892536

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

   ກອງປະຊຸມໃຫຍ່ ຄັ້ງທີI ຂອງໜ່ວຍພັກ ຂະແໜງຄົ້ນຄວ້າ ສັງລວມ ຫ້ອງວ່າການແຂວງ ໄດ້ສໍາເລັດລົງ ຢ່າງເປັນທາງການ, ພາຍລັງ ດໍາເນີນໄປ ເປັນເວລາ 1 ວັນ ໃນວັນທີ 22 ຕຸລາ 2019 ນີ້, ທີ່ຫ້ອງປະຊຸມ ຊັ້ນ5 ສໍານັກງານ ອົງການ ປົກຄອງແຂວງ ອັດຕະປື, ,ໂດຍເປັນກຽດ ເຂົ້າຮ່ວມ ໃນກອງປະຊຸມມີ ສະຫາຍ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແລະ ໃຫ້ກຽດ ເປັນປະທານ ກອງປະຊຸມ ຂອງ ສະຫາຍ ທະນູໄຊ ບັນຊາລິດ ເລຂາຄະນະພັກ ຮາກຖານ, ຫົວໜ້າ ຫ້ອງວ່າການ ແຂວງ ແລະ ປະທານຮ່ວມ ມີ ສະຫາຍ ລິດຄຳ ໂຮມອິນຕາ ເລຂາໜ່ວຍພັກ ຂະແໜງຄົ້ນຄວ້າ ສັງລວມ ຫ້ອງວ່າການແຂວງ; ມີບັນດາ ສະຫາຍ ສະມາຊິກພັກ ສົມບູນ, ສະມາຊິກພັກ ສໍາຮອງ ພາຍໃນ ໜ່ວຍພັກ, ໜ່ວຍພັກ ອອ້ມຂ້າງ ທີ່ຂື້ນກັບ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

   ໃນພິທີ ສະຫາຍ ລິດຄໍາ ໂຮມອິນຕາ ເລຂາໜ່ວຍພັກ ຂະແໜງຄົ້ນຄວ້າສັງລວມ ໄດ້ຂື້ນຜ່ານລາຍງານການ ເມືອງຂອງໜ່ວຍພັກໄລຍະ 5 ປີ ( 2015-2019 ) ທີ່ຜ່ານມາ ເຊິ່ງເຫັນໄດ້ ເຖິງຜົນສໍາເລັດ ຈຸດດີ, ຈຸດອອ່ນ ຂໍ້ຄົງຄ້າງ, ສາເຫດ, ບົດຮຽນຖອດຖອນໄດ້ ແລະ ທິດທາງ 5 ປີ ( 2020-2024 ) ໃນຕໍ່ໜ້າ.

   ກອງປະຊຸມໃຫຍ່ ຄັ້ງນີ້ ໄດ້ປ່ອນບັດ ເລືອກຕັ້ງ ຄະນະພັກ ຂະແໜງ ຄົ້ນຄວ້າສັງລວມ ( ຊຸດໃໝ່ ) ເຊິ່ງມີ ຜູ້ສະໝັກ ລົງເລືອກຕັ້ງ 5 ສະຫາຍ ແລະ ເລືອກເອົາ 3 ສະຫາຍ; ໃນກອງປະຊຸມ ປະຖົມມະລຶກ ໄດ້ເລືອກຕັ້ງ ສະຫາຍ ລິດຄໍາ ໂຮມອິນຕາ ເປັນເລຂາໜ່ວຍພັກ ຕໍ່ອີກສະໄໝ, ສະຫາຍ ວິລະກອນ ຈັນທະນູ ເປັນຮອງ ເລຂາໜ່ວຍພັກ ທັງເປັນປະທານ ກວດກາ ແລະ ສະຫາຍ ພອນວິໄລ ໝັ້ນອານົງ ເປັນຄະນະ ໜ່ວຍພັກ.

   ໂອກາດນີ້ ສະຫາຍ ທະນູໄຊ ບັນຊາລິດ ເລຂາຄະນະພັກ ຮາກຖານ ຫົວໜ້າ ຫ້ອງວ່າການແຂວງ ໄດ້ໃຫ້ກຽດ ໂອ້ລົມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງ ຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງ ຄະນະໜ່ວຍພັກ ທີ່ຍາດມາໄດ້ ໃນໄລຍະ 5 ປີ ຜ່ານມາ ແລະ ໄດ້ຮຽກຮ້ອງ ໃຫ້ຄະນະໜ່ວຍພັກ, ສະມາຊິກພັກ ແຕ່ລະສະຫາຍ ໂດຍສະເພາະ ຄະນະໜ່ວຍພັກ ຊຸດໃໝ່ ຈົ່ງສືບຕໍ່ເຊີດຊູ ຄວາມເປັນເຈົ້າການ, ເປັນແກ່ນສານ ໃນການຊີ້ນໍາ-ນໍາພາ, ສືບຕໍ່ຮັກສາ ຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການປະຕິບັດ ວຽກງານ ຕ້ອງປຶກສາຫາລືກັນ ລວມສູນ ປະຊາທິປະໄຕ, ຍົກລະດັບ ຄວາມຮູ້ ຄວາມສາມາດ ແລະ ຍົກສູງ ຄວາມຮັບຜິດຊອບ, ຊີ້ນໍາ-ນໍາພາ ຊຸກຍູ້ ແລະ ພ້ອມກັນ ຈັດຕັ້ງ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ.