ໃນຕອນບ່າຍ ຂອງວັນທີ 5 ກໍລະກົດ 2018 ທີ່ຫ້ອງປະຊຸມຊັ້ນ5 ສຳນັກງານ ອົງການ ປົກຄອງແຂວງອັດຕະປື, ຮາກຖານພັກ ຫ້ອງວ່າການ ແຂວງອັດຕະປື ໄດ້ຈັດພິທີ ຮັບມະຫາຊົນ ກ້າວໜ້າ ເຂົ້າ ເປັນ ສະມາຊິກ ພັກສໍາຮອງ ແລະ ເລື່ອນສະມາຊິກ ພັກສໍາຮອງ ຂື້ນສົມບູນ, ໂດຍການ ເປັນປະທານຂອງ ສະຫາຍ ທະນູໄຊ ບັນຊາລິດ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າ ຫ້ອງວ່າ ການແຂວງ, ມີບັນດາ ຄະນະພັກຮາກຖານ, ບັນດາ ໜ່ວຍພັກ ທີ່ຂຶ້ນກັບ, ອົງການ ຈັດຕັ້ງມະຫາຊົນ ພ້ອມດ້ວຍ ສຳມະຊິກພັກ ສົມບູນ ແລະ ສຳຮອງ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນພິທີ ດັ່ງກ່າວ ສະຫາຍ ສີສຸພັນ ສີຫາລາດ ຄະນະພັກ ຮາກຖານ ຫ້ອງວ່າການແຂວງ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການຮັບເອົາ ມະຫາຊົນກ້າວໜ້າ ເຂົ້າສະມາຊິກ ພັກສໍາຮອງ 2 ສະຫາຍ ແລະ ສະມາຊິກ ພັກສໍາຮອງ ເລື່ອນສົມບູນ 7 ສະຫາຍ. ໂອກາດ ດັ່ງກ່າວ ສະຫາຍ ທະນູໄຊ ບັນຊາລິດ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າ ຫ້ອງວ່າການແຂວງ ໄດ້ໃຫ້ກຽດ ໂອ້ລົມ ເຊິ່ງກ່ອນ ອື່ນ ທ່ານກໍ່ໄດ້ສະແດງ ຄວາມຍ້ອງຍໍ ຊົມເຊີຍ ຕໍ່ບັນດາສະຫາຍ ທີ່ໄດ້ເຂົ້າສະມາຊິກ ພັກສໍາຮອງ ແລະ ສົມບູນ. ພ້ອມນັ້ນ ທ່ານຍັງໄດ້ ຮຽກຮ້ອງ ໃຫ້ສືບຕໍ່ ທັງໃຫ້ເອົາໃຈໃສ່ ຝຶກຜົນ ຫຼໍ່ຫຼອມຕົນເອງ, ປະຕິບັດ ມະຕິ ຄໍາສັ່ງ ຂອງຂັ້ນເທິງ, ເປັນແບບຢ່າງນໍາໜ້າ ໃຫ້ແກ່ມະຫາຊົນ, ສືກສາຄົ້ນຄົ້ວ ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍ ຂອງລັດ ເພື່ອປະກອບສ່ວນ ປັບປຸງ ກໍ່ສ້າງພັກ ໃຫ້ກາຍ ເປັນພັກເຂັ້ມແຂງ ຮູ້ນໍາພາ ຮອບດ້ານໃນຕໍ່ໜ້າ.