banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:282
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2243
ເດືອນນີ້:ເດືອນນີ້:8365
ທັງໝົດ:ທັງໝົດ:889827

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ກຳມະບານ ຮາກຖານຫ້ອງວ່າການ ເປີດຂະບວນການ 5 ເປັນເຈົ້າ: ຕອນບ່າຍ ວັນທີ 31 ຕຸລາ 2016 ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານ ປົກຄອງແຂວງ ໄດ້ມີພິທີ ເປີດຂະບວນການ ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານ ຮາກຖານຫ້ອງວ່າການ, ເຂົ້າຮ່ວມ ເປັນກຽດໃນພິທີ ດັ່ງກ່າວມີ ທ່ານ ພູສຽງ ເຫຼື່ອມມະໄລສີ ຮອງປະທານ ສະຫະພັນກຳມະບານແຂວງ, ທ່ານ ວົງໄຊ ມະນີວົງ ຄະນະພັກຮາກຖານ ຮອງຫົວ ໜ້າຫ້ອງວ່າການແຂວງ ຜູ້ຊີ້ນຳອົງການ ຈັດຕັ້ງມະຫາຊົນ ພ້ອມດ້ວຍ ຄະນະຮາກ ຖານກຳມະບານ ແລະ ສຳມະຊິກ ເຂົ້າຮ່ວມ ຢ່າງພ້ອມພຽງ. ໃນພິທີ ພາຍຫຼັງ ທີ່ຄະນະຈັດຕັ້ງ ຜ່ານຂໍ້ຕົກລົງ ຂອງປະທານ ສະຫະພັນ ກໍາມະບານແຂວງ ວ່າດ້ວຍການ ອະນຸມັດເປີດ ກອງປະຊຸມ ຮັບຮອງແຜນ 5 ເປັນເຈົ້າ ແລະ ຂໍ້ຕົກລົງວ່າດ້ວຍ ການຮັບຮອງ ແຜນການຈັດຕັ້ງ ປະຕິບັດເນື້ອໃນ ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານ ຮາກຖານຫ້ອງວ່າການແຂວງ ສົກປີ 2016-2017 ຈາກນັ້ນ ທ່ານ ອຸດທະລີ ສິງທຳມະວົງ ປະທານ ກຳມະບານ ຮາກຖານ ຫ້ອງວ່າການແຂວງ ໄດ້ຂື້ນຜ່ານ ບົດສະຫຼຸບ ການຈັດຕັ້ງປະຕິບັດ ຂະບວນການ 5 ເປັນເຈົ້າ ໃນສົກປີ 2015-2016 ເຊິ່ງສະແດງອອກ ໃນແຕ່ລະດ້ານ ດັ່ງນີ້: 1. ເປັນເຈົ້າການ ໂຄສະນາອົບຮົມ ການເມືອງແນວຄິດ ປະຕິບັດໄດ້ 90%, 2. ເປັນເຈົ້າການ ປັບປຸງແບບ ແຜນນຳພາ ແລະ ຂະຫຍາຍ ການຈັດຕັ້ງ ກຳມະບານ ປະຕິບັດໄດ້ 90%, 3. ເປັນເຈົ້າ ປົກປ້ອງສິດ ຜົນປະໂຫຍດ ອັນຊອບທຳ ຂອງພະນັກງານ, ສຳມະຊິກ ກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ປະຕິບັດໄດ້ 92%, 4. ເປັນເຈົ້າການ ເຂົ້າຮ່ວມໃນການ ຕິດຕາມກວດກາ ຄຸ້ມຄອງລັດ ຄຸ້ມຄອງ ເສດຖະກິດ-ສັງຄົມ ປະຕິບັດໄດ້ 88%, 5. ເປັນເຈົ້າການ ໃນການປະຕິບັດ ແນວທາງການ ຕ່າງປະເທດ ຂອງພັກ ປະຕິບັດໄດ້ 78%. ສ່ວນແຜນການ ຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນສົກປີ 2016-2017 ແມ່ນຈະສູ້ຊົນ ຈັດຕັ້ງປະຕິບັດ ແຕ່ລະດ້ານ ໃຫ້ໄດ້ 90%. ເພື່ອບັນລຸ ຕົວເລກດັ່ງກ່າວ ຄະນະກໍາມະບານ ຮາກຖານ ໄດ້ມີແຜນແບ່ງ ຄວາມຮັບຜິດຊອບ ພາຍໃນຄະນະ ກໍ່ຄືໜ່ວຍຮາກຖານ ເພື່ອຊຸກຍູ້ ຕິດຕາມກວດກາ ການເຄື່ອນໄຫວ ຂອງສຳມະຊິກ ກຳມະບານ ພ້ອມທັງ ມີການປະເມີນ ສ່ອງແສງ ລາຍງານ ແລະ ຂໍທິດຊີ້ນຳ ຈາກຂັ້ນເທິງ ເປັນແຕ່ລະໄລຍະ ທັງນີ້ ກໍ່ເພື່ອເລັ່ງໃສ່ ສ້າງສະມາຊິກ ກຳມະບານ ແຕ່ລະສະຫາຍ ໃຫ້ກາຍເປັນ ສະມາຊິກ ກຳມະບານ 5 ເປັນເຈົ້າ ກວມ 91% ຂອງສະມາຊິກ ທັງໝົດ ຈາກນັ້ນ ບັນດາຄະນະໜ່ວຍ ຮາກຖານ ກຳມະບານ ທີ່ຂື້ນກັບຫ້ອງວ່າການ ກໍ່ໄດ້ຂື້ນຈັບມື ເພື່ອເປັນສັນຍາລັກ ໃນການເປີດ ຂະບວນການ ແຂ່ງຂັນ 5 ເປັນເຈົ້າ ຢ່າງເປັນທາງການ. ກໍາມະບານຮາກຖານ ຫ້ອງວ່າການປົກຄອງແຂວງ ປະກອບມີ 4 ໜ່ວຍ ທີ່ຂື້ນກັບ, ມີຈຳນວນພົນ 110 ຄົນ, ໃນນີ້ ເປັນສະມາຊິກ ກອງທືນ 68 ສະຫາຍ, ເປັນສະມາຊິກພັກ 45 ສະຫາຍ, ສະມາຊິກ ຊາວໝຸ່ມ 58 ສະຫາຍ, ສະມາຊິກ ແມ່ຍິງ 39 ສະຫາຍ. ໃນຕອນທ້າຍ ຂອງພິທີ ທ່ານ ວົງໄຊ ມະນີວົງ ຄະນະພັກຮາກຖານ ຮອງຫົວໜ້າ ຫ້ອງວ່າການແຂວງ ແລະ ທ່ານ ພູສຽງ ເຫຼື່ອມມະໄລສີ ຮອງປະທານ ສະຫະພັນກຳມະບານແຂວງ ໄດ້ຜັດປ່ຽນກັນ ໃຫ້ກຽດໂອ້ລົມ ບັນຫາສຳຄັນ ໄດ້ໃຫ້ເຫັນບົດບາດ ຄວາມສຳຄັນ ຂອງອົງການ ຈັດຕັ້ງກຳມະບານ ພ້ອມທັງຮຽກຮ້ອງ ມາຍັງຄະນະກຳມະບານ ຮາກຖານ ກໍ່ຄືສະມາຊິກ ກຳມະບານທຸກ ສະຫາຍ ເພີ່ມທະວີ ຄວາມສາມັກຄີ ແລະ ເຊີດຊູ ບົດບາດຍົກສູງ ຄວາມຮັບຜິດຊອບ ຄວາມສາມາດ ສ້າງຄວາມສຳນິ ສຳນານງານ ເພື່ອປະກອບສ່ວນ ເຂົ້າໃນວຽກງານ ຜັນຂະຫຍາຍ 5 ເປັນເຈົ້າ ໃຫ້ບັນລຸຄາດໝາຍ ແລະ ສາມາດປະກາດ ໃນປີ 2017.