banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:103
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2064
ເດືອນນີ້:ເດືອນນີ້:8186
ທັງໝົດ:ທັງໝົດ:889648

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ເຈົ້າແຂວງອັດຕະປື ເຄື່ອນໄຫວຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ເມືອງສາມັກຄີໄຊ
---------------------------

ວັນທີ 31 ມີນາ 2022 ທີ່ຜ່ານມານີ້, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍພະແນກການ ຂອງແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ເພື່ອຕິດຕາມ, ຊຸກຍູ້ວຽກງານການ ພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງສາມັກຄີໄຊ ໃຫ້ກຽດຕ້ອນຮັບ ຂອງທ່ານ ເພັດມີໄຊ ຄໍາພັກດີ ເຈົ້າເມືອງສາມັກຄີໄຊ ພ້ອມດ້ວຍຄະນະນຳຂອງເມືອງ, ການຕ້ອນຮັບໄດ້ມີຂື້ນທີ່ສະໂມສອນ ຂອງເມືອງ ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງອັດຕະປື ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນໂດຍຫຍໍ້ໃນ 3 ເດືອນຕົ້ນປີ 2022 ແລະ ທີດທາງແຜນການໃນ 9 ເດືອນທ້າຍປີ 2022 ຢູ່ເມືອງສາມັກຄີໄຊ ຈາກທ່ານ ຄໍາໜັ້ນ ສີສະໜຸດ ຮອງເລຂາພັກເມືອງ.

ເຊິ່ງໄລຍະຜ່ານມາ ຄະນະພັກ ອໍານາດການປົກຄອງເມືອງ ໄດ້ເອົາໃຈໃສ່ຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການຄາດໝາຍ ພັດທະນາ-ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ລົງສູ່ຫົວໜ່ວຍຮາກຖານບ້ານ, ຖືເອົາວຽກງານການເມືອງ -ແນວຄິດເປັນກົກ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ, ໂດຍນຳເອົາມະຕິ, ຄຳສັ່ງ, ລະບຽບຂອງພັກ, ກົດໝາຍຂອງລັດ, ມູນເຊື້ອຂອງພັກ ຂອງກອງທັບໃຫ້ແກ່ພະນັກງານ, ສະມາຊິກພັກ, ພະນັກງານລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຊື່ອມຊືມ, ກຳແໜ້ນ ແລະ ຈັດຕັ້ງປະຕິບັດ ໃຫ້ເກີດຜົນເປັນຈິງ ຢ່າງເປັນປົກກະຕິຕໍ່ເນື່ອງ, ວຽກງານເສດຖະກິດ ການຜະລິດ ມີທ່າອ່ຽງຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນ ໄດ້ດ້ານສະບຽງອາຫານທັງລະດູແລ້ງ ແລະ ລະດູຝົນ, ນອກຈາກນີ້ ຍັງໄດ້ສ້າງກຸ່ມການປູກ-ການລ້ຽງ ໂດຍຕິດແປະກັບ ໂຄງການສຸພານິມິດ ຈໍານວນ 12 ບ້ານ ມີ 60 ກຸ່ມ, ມີ 622 ຄອບຄົວ, ໂຄງການເຊປຽນ-ເຊນໍ້ານ້ອຍ, ສ້າງຕາໜ່າງສັດຕະວະແພດໄດ້ 5 ບ້ານ ແລະ ສົ່ງເສີມການປູກ-ລ້ຽງ ຈໍານວນ 6 ບ້ານເປົ້າໝາຍ ແລະ ໄດ້ສ້າງຕັ້ງກຸ່ມການປູກ-ການລ້ຽງ ໂດຍຕິດແປະກັບທະນາຄານນະໂຍບາຍສິນເຊື່ອ ຈຳນວນ 3 ບ້ານຄື: ກຸ່ມລ້ຽງສັດ ບ້ານຮົມມີ 18 ກຸ່ມ ມີ 168 ຄອບຄົວ, ບ້ານໃຫຍ່ໝື່ນຫົວເມືອງ ມີກຸ່ມປູກ-ລ້ຽງ 17 ກຸ່ມ ມີ 147 ຄອບ ຄົວ ແລະ ບ້ານໃຫຍ່ເຊກະໝານກຸ່ມປູກ-ລ້ຽງມີ 35 ກຸ່ມ ມີ 315 ຄອບຄົວ ແລະ ຈະສືບຕໍ່ ສ້າງກຸ່ມການປູກ-ການລ້ຽງ ຕື່ມອີກໃນ 4 ບ້ານ, ການຜະລິດເປັນສິນຄ້າ ຂອງປະຊາຊົນ ກໍ່ໄດ້ຮັບການຊຸກຍູ້ສົ່ງເສີມຢ່າງແຂງແຮງ.

ໂອກາດດັ່ງກ່າວທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ມີຄຳເຫັນ ຊີ້ນຳຫຼາຍບັນຫາ, ເຊິ່ງທ່ານໄດ້ເນັ້ນໜັກວ່າ: ທຸກໜ່ວຍງານ ຕ້ອງມີແບບແຜນ ຂອງການເຮັດວຽກ, ມີການປະສານງານ ລະຫວ່າງ ເມືອງ ແລະ ບ້ານ ຢ່າງເລິກເຊິ່ງ, ພ້ອມທັງສືບຕໍ່ແກ້ໄຂ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງີນ ແລະ ການແກ້ໄຂບັນຫາຢາເສບຕິດ, ສຸມໃສ່ຈັດຕັ້ງຄະນະຮັບຜິດຊອບ ຂັ້ນເມືອງ ໂດຍປະສານສົມທົບ ກັບບ້ານຢ່າງໃກ້ຊິດຕິດແທດ, ໃຫ້ສຸມໃສຄົ້ນຄວ້າຈັດສັນ ປັນຍາຊົນຜູ້ທີ່ຮຽນຈົບ ທີ່ບໍ່ທັນມີວຽກເຮັດ ແມ່ນໃຫ້ນຳໃຊ້ເຂົາເຈົ້າ ມາຊ່ວຍວຽກງານບ້ານ, ໂດຍໃຫ້ການເງິນເມືອງ ຄົ້ນຄວ້າດ້ານງົບປະມານ ເພື່ອເປັນນະໂຍບາຍ, ພ້ອມນັ້ນກໍ່ໃຫ້ພະແນກການ ຂອງແຂວງຫັນເອົາ ພະນັກງານຂອງຕົນ ລົງຮາກຖານ ເພື່ອຊີ້ນຳ-ນຳພາ ຊ່ວຍເມືອງ ໃນແຕ່ລະຂົງເຂດວຽກງານ ເພື່ອໃຫ້ເມືອງມີຄວາມເຂັ້ມແຂງ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີທ່າຂະຫຍາຍຕົວດີຂື້ນ. ໃນວັນດຽວກັນນີ້ ທ່ານ ເຈົ້າແຂວງ ພ້ອມດ້ວຍການນຳຂັ້ນແຂວງ ແລະ ເມືອງ ໄດ້ລົງຢ້ຽມຢາມ ກຸ່ມການຜະລິດຕະພັນ ຕໍາແຜ່ນຜ້າແພໂດໃນ 2 ບ້ານສີວີໄລ ແລະ ບ້ານສາມັກຄີ ເມືອງສາມັກຄີໄຊຕື່ມອີກ.

ຂ່າວ - ພາບ: ວິໄລສັກ ແກ້ວຫຼວງໂຄດ