banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:101
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2346
ເດືອນນີ້:ເດືອນນີ້:13201
ທັງໝົດ:ທັງໝົດ:880377

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

 ອັດຕະປືຈັດເກັບລາຍຮັບໄດ້ແລ້ວ 59 ຕື້ກວ່າກີບ ໃນໄລຍະ 4 ເດືອນ ຂອງປີ2021

ໃນໂອກາດ ແຂວງອັດຕະປື ໄດ້ຈັດ ກອງປະຊຸມ ສະຫຼຸບ ຕີລາຄາຄືນ ການຈັດຕັ້ງ ປະຕິບັດ ວຽກງານ ຊຸກຍູ້ ລາຍຮັບ - ຄຸ້ມຄອງ ລາຍຈ່າຍ ງົບປະມານ ໃນໄລຍະ 4 ເດືອນ ( ເດືອນ 1-4 ) ປີ2021 ແລະ ວາງທິດທາງ ແຜນການ ຕໍ່ໜ້າ, ຂຶ້ນທີ່ ຫ້ອງປະຊຸມ ຕຶກສໍານັກງານ ອົງການ ປົກຄອງແຂວງ, ໃນຄັ້ງ ວັນທີ 11 ພຶດສະພາ 2021 ທີ່ຜ່ານມາ, ໂດຍພາຍໃຕ້ ການເປັນ ປະທານຂອງ ທ່ານ ເລັດ ໄຊຍະພອນ ກໍາມະການ ສູນກາງພັກ, ເລຂາພັກ ແຂວງ - ເຈົ້າແຂວງ ອັດຕະປື, ມີ ບັນດາທ່ານ ຢູ່ໃນ ຄະນະ ກໍາມະການຊຸກຍູ້ ລາຍຮັບ- ຄຸ້ມຄອງ ລາຍຈ່າຍ ຂອງແຂວງ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ.

 

ທ່ານ ຄໍາເຜີຍ ໂສມຖາວອນ ກໍາມະການ ພັກແຂວງ, ຫົວໜ້າ ພະແນກ ການເງິນແຂວງ ໄດ້ລາຍງານ ກ່ຽວກັບ ການຈັດຕັ້ງ ປະຕິບັດ ວຽກງານ ຄຸ້ມຄອງ ລາຍຮັບ -ຄຸ້ມຄອງ ລາຍຈ່າຍ ຫຼື ການປະຕິບັດ ແຜນງົບປະມານ ໃນໄລຍະ 4 ເດືອນ ປີ2021 ໃຫ້ຮູ້ວ່າ: ຜ່ານການ ຈັດຕັ້ງ ປະຕິບັດ ວຽກງານ ດັ່ງກ່າວ ໃນໄລຍະ 4 ເດືອນຜ່ານມາ ເຫັນວ່າ ດ້ານງົບ ປະມານ ສາມາດ ບັນລຸໄ ດ້ການຂຸດຄົ້ນ ລາຍຮັບ ແລະ ປະຕິບັດ ການຄຸ້ມຄອງ ລາຍຈ່າຍ ເຊິ່ງໄດ້ ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການ ພັດທະນາ ເສດຖະກິດ -ສັງຄົມ ຂອງແຂວງ ແລະ ມີຜົນ ສໍາເລັດ ຫຼາຍດ້ານ ໂດຍສະເພາະ ການຂຸດຄົ້ນ ລາຍຮັບ ເຂົ້າງົບປະມານ ສາມາດ ຕອບສະໜອງ ລາຍຈ່າຍ ໃຫ້ແກ່ ການເຄື່ອນໄຫວ ຂອງກົງຈັກພັກ-ລັດ ເປັນຕົ້ນ: ລາຍຈ່າຍ ເງິນເດືອນ, ເງິນ ນະໂຍບາຍ, ເງິນບໍລິຫານ, ເງິນ ດັດສົມ - ສົ່ງເສີມ ແລະ ເງິນລົງທຶນ ຕ່າງໆ. ສະເພາະ ໃນໄລຍະ 4 ເດືອນ ຕົ້ນປີ2021 ນີ້, ດ້ານລາຍຮັບ ງົບປະມານ ສາມາດ ປະຕິບັດໄດ້ ທັງໝົດ 59 ຕື້ກວ່າກີບ ເທົ່າກັບ 44,61% ຂອງ ແຜນການປີ ໃນນີ້: ລາຍຮັບ ພູດສູນກາງ 23 ຕື້ກວ່າກີບ ເທົ່າກັບ 67,64% ຂອງແຜນການປີ ( ລາຍຮັບຈາກ ກອງກວດກາ ພາສີ 56 ລ້ານກວ່າກີບ, ດ່ານສາກົນ ພູເກືອ 13 ຕື້ກວ່າກີບ, ຮັບຈາກ ຊັບສິນ ຂອງລັດ 10 ຕື້ກວ່າກີບ ) ແລະ ລາຍຮັບ ທ້ອງຖິ່ນ 35 ຕື້ກວ່າກີບ ເທົ່າກັບ 36,41% ຂອງ ແຜນການປີ ( ລາຍຮັບ ຈາກສວຍສາ ອາກອນ 21 ຕື້ກວ່າກີບ, ລາຍຮັບ ຈາກຊັບສິນ ຂອງລັດ 14 ຕື້ກວ່າກີບ ). ສໍາລັບ ທິດທາງ ແຜນການ ແລະ ຄາດໝາຍ ສູ້ຊົນ ອີກ 2 ເດືອນຕໍ່ໜ້າ ( ເດືອນ 5-6 ) ປີ2021 ດ້ານລາຍຮັບ ໃຫ້ບັນລຸ ໄດ້ 35 ຕື້ກວ່າກີບ ເທົ່າກັບ 26,76% ຂອງແຜນ ການປີ ໃນນີ້: ລາຍຮັບ ພູດສນກາງ ໃຫ້ບັນລຸໄດ້ 8 ຕື້ກວ່າກີບ ເທົ່າກັບ 23,73% ຂອງ ແຜນການປີ ແລະ ລາຍຮັບ ທ້ອງຖິ່ນ ໃຫ້ບັນລຸໄດ້ 27 ຕື້ກວ່າກີບ ເທົ່າກັບ 27,83% ຂອງ ແຜນການປີ; ພ້ອມນີ້ ທ່ານຍັງໄດ້ ລາຍງານ ລະອຽດ ກ່ຽວກັບ ການລົງ ເຄື່ອນໄຫວ ຊຸກຍູ້ຈັດເກັບ ລາຍຮັບ - ຄຸ້ມຄອງ ລາຍຈ່າຍ ແລະ ຕີລາຄາ ດ້ານດີ, ດ້ານອອ່ນ ແລະ ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນ ທີ່ຖອດຖອນ ໄດ້ຕ່າງໆ, ເຊິ່ງຜູ້ ເຂົ້າຮ່ວມ ກອງປະຊຸມ ກໍ່ໄດ້ ພ້ອມກັນ ປະກອບ ຄໍາຄິດເຫັນ ປຶກສາ ຫາລື ເພື່ອກໍານົດ ເປັນທິດທາງ ແຜນການ ໃນການ ຈັດຕັ້ງ ປະຕິບັດວຽກງານ ໃນຕໍ່ໜ້າ ໃຫ້ບັນລຸ ຕາມຄາດໝາຍ ທີ່ວ່າງໄວ້.

 

ໂອກາດນີ້ ທ່ານ ເລັດ ໄຊຍະພອນ ກໍາມະການ ສູນກາງພັກ, ເລຂາພັກ ແຂວງ - ເຈົ້າແຂວງ ອັດຕະປື ໄດ້ມີ ຄໍາເຫັນ ໂອ້ລົມ, ຮຽກຮ້ອງໃຫ້ ບັນດາທ່ານ ຢູ່ໃນ ຄະນະກໍາມະການ ຊຸກຍູ້ ລາຍຮັບ - ຄຸ້ມຄອງ ລາຍຈ່າຍ ຂອງແຂວງ ແລະ ພາກສ່ວນ ກ່ຽວຂ້ອງ ໃຫ້ສືບຕໍ່ ເອົາໃຈໃສ່ ປະຕິບັດ ໜ້າທີ່ ວຽກງານ ຂອງຕົນ ດ້ວຍຄວາມ ເປັນເຈົ້າການ, ເອົາໃຈໃສ່ ຊຸກຍູ້ ວຽກສ້າງ ຖານລາຍຮັບ ແລະ ກວດຫາ ຖານລາຍຮັບ ໃຫ້ໄດ້ ຂໍ້ມູນ ທີ່ຈະແຈ້ງ, ທົບທວນຄືນ ບົດບັນທຶກ ທີ່ຜ່ານມາ ເພື່ອເບິ່ງວຽກ ທີ່ຈັດຕັ້ງ ປະຕິບັດ ສໍາແລ້ວ ແລະ ວຽກຍັງ ຄ້າງຄາ ໃຫ້ສືບຕໍ່ ຈັດຕັ້ງ ປະຕິບັດ ຕໍ່ໄປ, ເອົາໃຈໃສ່ ໃນການ ຄົ້ນຄວ້າ ປຶກສາຫາລື ໃນດ້ານ ວຽກງານ ທີ່ຄົງຄ້າງ ໃນຂັ້ນ ຄວາມ ຮັບຜິດຊອບ ຂອງຕົນ ໃຫ້ເຖິງຖອງ ແລະ ຊອກທຸກ ວິທີທາງ ເພື່ອຫາ ທາງອອກ ທີ່ດີ, ເອົາໃຈໃສ່ ຈັດຕັ້ງ ປະຕິບັດ ແຜນການ ຊຸກຍູ້ ລາຍຮັບ - ຄຸ້ມຄອງ ລາຍຈ່າຍ ແລະ ຜົນຂອງ ກອງປະຊຸມ ຄັ້ງນີ້ ໃຫ້ໄດ້ຮັບໝາກຜົນ.