banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:354
ມື້ວານນີ້:ມື້ວານນີ້:420
ອາທິດນີ້:ອາທິດນີ້:774
ເດືອນນີ້:ເດືອນນີ້:6896
ທັງໝົດ:ທັງໝົດ:888358

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ພັກປະຊາຊົນ ປະຕິວັດລາວ ໄດ້ຊີ້ນໍາ - ນໍາພາ ສໍາເລັດ ທຸກຂົງເຂດ ວຽກງານ.

ສະຫາຍ ສຸລິຈັນ ພອນແກ້ວ ກໍາມະການ ພັກແຂວງ, ຫົວໜ້າ ຫ້ອງວ່າການ ແຂວງອັດຕະປື ໄດ້ໃຫ້ ສຳພາດ ຕໍ່ສື່ ມວນຊົນ ຂອງແຂວງ ເມື່ອວັນທີ 19 ມີນາ 2021 ນີ້ວ່າ: ເນື່ອງໃນ ໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິ ວັດລາວ ຄົບຮອບ 66 ປີ ທີ່ຈະ ມາເຖິງນີ້, ຂ້າພະເຈົ້າ ຂໍຕີລາຄາ ວ່າ ຕະຫຼອດ ໄລຍະ 66 ປີ ແຫ່ງການ ນໍາພາ ຂອງພັກ ປະຊາຊົນ ປະຕິວັດລາວ ທີ່ສະຫຼາດ ສ່ອງໃສ ແລະ ປີຊາ ສາມາດ, ເຊິ່ງພັກ ຍາດໄດ້ ຜົນງານ ອັນໃຫຍ່ຫຼວງ ໃນຫຼາຍດ້ານ ເປັນຕົ້ນ: ເລີ່ມຈາກ ການນໍາພາ ເຮັດການ ປະຕິ ວັດຊາດ ປະຊາ ທິປະໄຕ ກໍ່ຄື ພາລະກິດ ປົກປັກ ຮັກສາ ແລະ ສ້າງສາ ພັດທະນາ ປະເທດຊາດ, ເຮັດໃຫ້ ປະເທດຊາດ ມີສະຖຽນ ລະພາບ ທາງດ້ານ ການເມືອງ ຢ່າງໜັກແໜ້ນ, ຄວາມເປັນ ເອກະເລດ ອໍານາດ ອະທິປະໄຕ ແລະ ລະບອບໃໝ່ ໄດ້ຮັບການ ປົກປ້ອງ ຢ່າງເຂັ້ມແຂງ, ຄວາມສາ ມັກຄີ ປອງດອງ ລະຫວ່າງເຜົ່າ, ຄວາມເອື້ອເຜື້ອ ເພື່ອແຜ່ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຂອງປະຊາຊົນ ໄດ້ຮັບການ ເສີມຂະຫຍາຍ ຢ່າງແຂງແຮງ ຜ່ານຂະບວນການ ແຂ່ງຂັນ ຮັກຊາດ ແລະ ພັດທະນາ ເຊິ່ງສະແດງ ອອກ ຢ່າງມີ ຊີວິດຊີວາ ໃນການ ເຂົ້າຮ່ວມ ຢ່າງກວ້າງຂວາງ ໃນທົ່ວສັງຄົມ ເພີື່ອເຂົ້າຮ່ວມ ຊ່ວຍເຫຼືອ ພີ້ນ້ອງ ຮ່ວມຊາດ ທີ່ປະສົບ ໄພພິບັດ, ການ ສະກັດກັ້ນ ແລະ ຕ້ານ ການແຜ່ລະບາດ ຂອງພະຍາດ ໂຄວິດ 19, ແລະ ຜ່ານ ຂະບວນການ ເຄື່ອນໄຫວ ທາງດ້ານ ການເມືອງ - ສັງຄົມອື່ນໆ ພາຍໃຕ້ ການນໍາພາ ຂອງພັກ, ການພັດທະນາ ເສດຖະກິດ - ສັງຄົມ ເຖິງແມ່ນຈະປະເຊີນ ກັບອຸປະສັກ ຫຍຸ້ງຍາກ ນາໆປະການ ແຕ່ພັກເຮົາ ໄດ້ຕັດສິນໃຈ ເດັດຂາດ ໃນການ ຊີ້ນໍາ - ນໍາພາ ແກ້ໄຂ ແລະ ຜ່ານຜ່າ ອຸປະສັກ ດັ່ງກ່າວ ໄດ້ດີ ຕະຫຼອດມາ, ເຮັດໃຫ້ ເສດຖະກິດ ມະຫາພາກ ຂະຫຍາຍຕົວ ຕໍ່ເນື່ອງ, ແລະ ໝັ້ນທ່ຽງ, ອັນພົ້ນເດັ່ນ ແມ່ນພື້ນຖານ ເສດຖະກິດ ໄດ້ຮັບການ ປັບປຸງດີຂື້ນ ເຊັ່ນ: ການກໍ່ສ້າງ ເສັ້ນທາງ ລົດໄຟລາວ - ຈີນ, ການກໍ່ສ້າງ ທາງດ່ວນ, ບັນດາໂຄງການ ດ້ານພະລັງງານ ແລະ ຂຸດຄົ້ນ ບໍ່ແຮ່, ການກໍ່ສ້າງ ໂຮງງານ ອຸດສະຫະກໍາ ປຸງແຕ່ງ ກະສິກໍາ, ການລົງທຶນ ພັດທະນາ ຕົວເມືອງ, ການ ພັດທະນາພື້ນຖານ ວັດຖຸ ເຕັກນິກ ໃນຂົງເຂດ ວັດທະນະທໍາ - ສັງຄົມ, ນັບແຕ່ ການກໍ່ສ້າງ ອາຄານ ແລະ ອຸປະກອນ ວັດຖຸ - ເຕັກນິກ ຢູ່ໂຮງໝໍ ນ້ອຍ - ໃຫຍ່, ການກໍ່ສ້າງ ໂຮງຮຽນ ແລະ ສູນວິຊາຊີບ ຈົນເຖິງ ການຍົກລະດັບ ສາທາລະ ນຸປະໂພກ ໃນເຂດ ຊານເມືອງ ແລະ ຊົນນະບົດ ກໍ່ໄດ້ ຮັບການ ຈັດຕັ້ງ ປະຕິບັດ ຢ່າງຕໍ່ເນື່ອງ, ການແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ສືບຕໍ່ ຍາດໄດ້ ຜົນສໍາເລັດ ໃໝ່ ໂດຍອັດຕາສ່ວນ ຂອງຄອບຄົວ ແລະ ບ້ານ ທຸກຍາກ ຫຼຸດລົງ ຕາມລໍາດັບ ແລະ ຂົງເຂດ ວຽກງານອື່ນໆ ພັກເຮົາ ກໍ່ໄດ້ຊີ້ນໍາ - ນໍາພາ ຢ່າງສໍາເລັດ ເປັນກ້າວໆມາ.

ສະຫາຍ ສຸລິຈັນ ພອນແກ້ວ ຍັງໄດ້ ຖືໂອກາດນີ້ ກ່າວສະແດງ ຄວາມຮູ້ ບຸນຄຸນ ຢ່າງລົ້ນເຫຼືອ ມາຍັງ ການນໍາພັກ - ລັດ ຮຸ້ນທໍາອິດ ໂດຍສະເພາະ ແມ່ນຕໍ່ ປະທານໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາ ທ່ານອື່ນໆ ທີ່ໄດ້ລິເລີ່ມ ແລະ ນໍາພາ ພາລະກິດ ການປະຕິວັດ ຊາດ ປະຊາ ທິປະໄຕ ອັນລະອິດ ລະອ້ຽວ, ຍືດເຍື້ອ ຍາວນານ ຈົນປະເທດຊາດ ໄດ້ຮັບ ການປົດປ່ອຍ ຢ່າງສົມບູນ ແລະ ສືບຕໍ່ ນໍາພາ ພາລະກິດ ປົກປັກ ຮັກສາ ແລະ ພັດທະນາ ປະເທດຊາດ ກ້າວຂື້ນ ສູ່ຈຸດໝາຍ ສັງຄົມ ນິຍົມ ເທື່ອລະກ້າວ. ເນື່ອງໃນ ໂອກາດ ຄົບຮອບ 66 ປີ ຂອງວັນ ສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໃນປີນີ້ ຂ້າພະເຈົ້າ ຕາງໜ້າ ໃຫ້ການນຳ ຂອງແຂວງ ແລະ ພໍ່ແມ່ ປະຊາຊົນ ບັນດາເຜົ່າ ແຂວງ ອັດຕະປື ຂໍ ອວຍພອນໄຊ ໃຫ້ການນຳ ພັກ - ລັດ ທຸກທ່ານ ຈົ່ງມີ ສຸຂະພາບ ເຂັ້ມແຂງ ມີພາລາ ນາໄມ ທີ່ສົມບູນ ສືບຕໍ່ ນຳພາ ປະເທດຊາດ ໃຫ້ມີ ການພັດທະນາຮຸ່ງເຮືອງ ສີວິໄລ ຢ່າງບໍ່ຢຸດຢັ້ງ.

ຂ່າວ: ວັດທະນາ