banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:307
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2268
ເດືອນນີ້:ເດືອນນີ້:8390
ທັງໝົດ:ທັງໝົດ:889852

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອາດີດປະທານ ປະເທດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງສະໜາມໄຊ

ວັນທີ 16 ມີຖຸນາ 2020 ທ່ານ ຄໍາໄຕ ສີພັນດອນ ອະດີດ ປະທານ ປະເທດ ແຫ່ງ ສ ປ ປລາວ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ເມືອງ ສະໜາມໄຊ ແຂວງ ອັດຕະປື, ໃຫ້ການ ຕ້ອນຮັບ ໂດຍທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ພ້ອມ ຄະນະນໍາ ຂອງແຂວງ ແລະ ເມືອງ ສະໜາມໄຊ.

ໂອກາດນີ້ ທ່ານ ຄໍາໄຕ ສີພັນດອນ ອະດີດ ປະທານ ປະເທດ ໄດ້ຮ່ວມ ເຮັດວຽກ ກັບການນໍາ ຂອງແຂວງ ແລະ ການນໍາ ເມືອງ ສະໜາມໄຊ ໂດຍ ກ່ອນອື່ນ ທ່ານໄດ້ ຮັບຟັງ ການລາຍງານ ສະພາບ ການຈັດຕັ້ງ ປະຕິບັດ ວຽກງານ ການສ້າງ ສັງຄົມ ນິຍົມ ຈາກຮາກຖານ, ລວມທັງ ສະພາບ ການຟື້ນຟູ ໄພພິບັດ ຢູ່ເມືອງ ສະໜາມໄຊ ຈາກເຫດ ການ ຄູກັນນໍ້າ ເຂື່ອນໄຟຟ້າ ເຊປຽນ- ເຊນໍ້ານອ້ຍແຕກ ໃນທ້າຍປີ 2018 ທີ່ຜ່ານມາ.

ສໍາລັບ ແຂວງອັດຕະປື ໄດ້ກຳນົດ ເອົາ 4 ບ້ານ ເຂດ ໄພພິບັດ ເມືອງໝາມໄຊ ເປັນຈຸດ ໃນການ ສ້າງສັງຄົມ ນິຍົມ ແຕ່ຂັ້ນ ຮາກຖານ ຂື້ນມາ, ເຊິ່ງ ປະຈຸບັນ ຍັງຢູ່ ໄລຍະ ກະກຽມ ໜ້າວຽກຕ່າງໆ, ໄດ້ສໍາເລັດ ການປະກາດ ແລະ ເຕົ້າໂຮມ ບ້ານນ້ອຍ ເປັນບ້ານໃຫຍ່ ແລະ ຈັດກຸ່ມ ການຜະລິດ ເປັນສີນຄ້າ ລວມທັງ ການເກັບກໍາ ຂໍ້ມູນ ທ່າແຮງ ຕ່າງໆ ເພື່ອເປັນ ພື້ນຖານ ໃນການ ວາງແຜນ ຈັດຕັ້ງ ປະຕິບັດ ຕໍ່ໄປ.

ທ່ານ ຄໍາໄຕ ສີພັນດອນ ອະດີດ ປະທານ ປະເທດ ໄດ້ໃຫ້ກຽດ ໂອ້ລົມ ໂດຍເນັ້ນໜັກ ໃຫ້ອໍານາດ ການປົກຄອງ ແຂວງ ແລະ ເມືອງ ສະໜາມໄຊ ໃຫ້ຖື ສຳຄັນ ຕໍ່ວຽກ ງານ ການສ້າງ ສັງຄົມນິຍົມ, ໂດຍສະເພາະ ຖືກເອົາ ການສຶກສາ ອົບຮົມ ການເມືອງ ແນວຄິດ ໃຫ້ຖັນແຖວ ພະນັກງານ ຂັ້ນຮາກຖານ ບ້ານ ຕະຫຼອດ ຮອດ ປະຊາຊົນ ບັນດາ ເຜົ່າ ໃຫ້ເຂົາເຈົ້າ ຊາບຊືມ ແນວຄິດ ການເມືອງ ຢ່າງເລີກເຊິ່ງ ມີຄວາມ ຈົ່ງຮັກ ພັກດີ ຕໍ່ປະເທດຊາດ ບ້ານເມືອງ ແລະ ຕໍ່ປະຊາຊົນ ເຮັດໃຫ້ ປະຊາຊົນ ເຊື່ອຖືໄດ້ ຕໍ່ການນໍາພາ ຂອງພັກ ແລະ ລັດ, ສ້າງໃຫ້ ປະຊາຊົນ ມີຄວາມ ຮຸ່ງເຮືອງ ສີລິໄລ ມັ່ງຄັ້ງ ເຂັ້ມແຂງ ມີຄວາມ ສະຫງົບ ປອດໄພ ຕິດພັນ ກັບການສ້າງ ປະຖົມ ປັດໄຈ ເອຶື້ອອຳນວຍ ໃຫ້ແກ່ ການຜະລິດ ແບບສະຫະກອນ ແລະ ກາຍເປັນ ສີນຄ້າ ສົ່ງອອກ ໃຫ້ເປັນ ຂະບວນ ຟົດຟື້ນ.

ໃນໂອກາດ ເຄື່ອນໄຫວ ຢ້ຽມຢາມ ເມືອງ ສະໜາມໄຊ ຄັ້ງນີ້, ທ່ານ ອະດີດ ປະທານ ປະເທດ ຍັງໄດ້ ເຄື່ອນໄຫວ ຢ້ຽມຢາມ ປະຊາຊົນ ຢູ່ສູນພັກ ຜູ້ປະສົບໄພ ພິບັດ ແລະ ໄປເບິ່ງຈຸດ ການຜະລິດ ກະສິກໍາ ຂອງປະຊາຊົນ ນໍາອີກ.