banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:96
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2341
ເດືອນນີ້:ເດືອນນີ້:13196
ທັງໝົດ:ທັງໝົດ:880372

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຮອງປະທານປະເທດ ເນັ້ນໃຫ້ຄະນະຮັບຜິດຊອບ ຈັດສັນບ່ອນພັກອາໃສຊົ່ວຄາວໃຫ້ຜູ້ຖືກຜົນກະທົບຢູ່ເມືອງ ສະໜາມໄຊໂດຍໄວ

      ໃນຄະນະທີ່ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມ ຢາມສູນຜູ້ຖືກໄພນ້ຳຖ້ວມ ຈາກໂຄງການກໍ່່ສ້າງເຂື່ອນໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍແຕກຢູ່ ເມືອງສະໜາມໄຊ ແຂວງອັດຕະປື ໃນລະຫວ່າງວັນທີ 5 ກັນຍາ 2018 ຜ່ານມານີ້ ແລະ ເຫັນໄດ້ສະພາບຄວາມ ຈຳເປັນອັນຮີບດ່ວນທີ່ ປະຊາຊົນຜູ້ຖືກຜົນກະທົບດຳລົງຊີວິດໃນ ສູນພັກຊົ່ວຄາວຕາມ ຈຸດດັ່ງກ່າວນັັ້ນ.

       ໃນກອງປະຊຸມຕ້ອນ ຮັບທ່ານຢ່າງເປັນ ທາງການຢູ່ເມືອງ ສະໜາມໄຊ ແລະ ຫລັງຈາກໄດ້ຮັບຟັງການລາຍ ງານຄວາມຄືບໜ້າການປະຕິ ບັດໜ້າທີ່ຂອງ ຄະນະຮັບຜິດຊອບກ່ຽວກັບສະພາບ ທີ່ປະຊາຊົນໄດ້ຮັບ ຜົນກະທົບຢ່າງຮ້າຍແຮງ ດັ່ງທີ່ຮູ້ກັນໃນໄລຍະຜ່ານມານັ້ນ ທ່ານຮອງປະທານປະເທດ ຍັງໄດ້ມີຄຳເຫັນວ່າ: ເຖິງວ່າ ອໍານາດການປົກຄອງໄດ້ຈັດສັນພື້ນທີ່ໃຫ້ ກັບຜູ້ປະສົບໄພ ໄດ້ສໍາເລັດຈໍານວນໜຶ່ງ ແລະ ໄດ້ຍົກຍ້າຍປະຊາ ຊົນຈາກສູນພັກຊົ່ວຄາວໄປຢູ່ອີກສູນພັກຊົ່ວຄາວເຄິ່ງຖາ ວອນໄດ້ຈໍານວນໜຶ່ງ ກໍ່ຕາມ  ແຕ່ໃນນີ້ ທ່ານໄດ້ເນັ້ນໃຫ້ ຄະນະຮັບຜິດຊອບ ກໍຄືອໍານາດການປົກ ຄອງແຂວງ ຈົ່ງຮີບຮ້ອນສືບຕໍ່ຈັດ ສັນບ່ອນຢູ່ທີ່ພັກອາ ໃສໃຫ້ປະຊາຊົນທີ່ ໄດ້ຮັບຜົນກະທົບ ໃຫ້ສໍາເລັດໂດຍໄວ ແລະ ໃຫ້ຊ່ວຍເຫລືອທີ່ພັກ ປະຊາຊົນໃຫ້ທົ່ວເຖິງເປັນຕົ້ນ: ການກໍ່ສ້າງທີ່ພັກອາໃສຊົ່ວ ຄາວໃຫ້ສໍາເລັດໄວ້ເທົ່າທີ່ຈະໄວ້ ໂດຍໃຫ້ມີການ ປະສານສົມທົບກັບຜູ້ ປະສົບໄພໄດ້ມີສ່ວນຮ່ວມ ໃນການຈັດສັນພື້ນທີ່ພັກອາ ໃສໃຫ້ມີຄວາມພໍອົກພໍໃຈ ແລະ ເໝາະສົມ. ໃນການຈັດສັນນີ້ກໍໃຫ້ມີການກໍານົດ, ແຜນຜັງໃຫ້ລະອຽດແຕ່ຕົ້ນໄປ ດ້ວຍການກໍານົດເຂດສາທາລະນະ, ຫົນທາງ, ຕະຫລາດ, ສູກສາລາ, ຫ້ອງການບ້ານ, ຜີປ່າຊ້າ ແລະ ອື່ນໆ. ພ້ອມນັ້ນກໍໃຫ້ມີການ ປັບປຸງລະບົບການ ຈັດຕັ້ງຂອງບ້ານ ໂດຍໃຫ້ຈັດສັນພະນັກງານ ເຂົ້າໄປລົງຊີ້ນໍາ-ນໍາພາໃນການຈັດຕັ້ງ ປະຕິບັດວຽກງານໂດຍໄວ.


       ໃນຄະນະດຽວກັນ ທ່ານຮອງ ປະທານປະເທດ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມ ສູນພັກຊົ່ວຄາວຂອງຜູ້ປະສົບ ໄພຢູ່ບ້ານຫາດຍາວ ທີ່ຫາກໍຍົກຍ້າຍ ປະຊາຊົນເຂົ້າມາຢູ່ໃໝ່ ແລະ ທ່ານກໍໄດ້ເດີນທາງ ໄປຢ້ຽມຢາມສູນກອງບັນ ຊາການກອບກູ້ໄພພິບັດ ຂອງກອງທັບປະຊາຊົນລາວ ແລະ ສູນພັກຊົ່ວຄາວຜູ້ ປະສົບໄພດົງບາກ ຊຶ່ງໄດ້ມີການບຸກເບີກ ແລະ ລົງມືກໍ່ສ້າງສໍາເລັດໄປແລ້ວ 20% ໂດຍມີເນື້ອທີ່ 4,8 ເຮັກຕາ ປະກອບມີເກືອບ 50 ຫລັງ ແລະ 300 ກວ່າຫ້ອງ, ພ້ອມນີ້ທ່ານ ຮອງປະທານປະເທດ ພ້ອມຄະນະຍັງໄດ້ສືຕໍ່ເດີນທາງໄປສູນພັກຊົ່ວຄາວ ຜູ້ປະສົບໄພແຫ່ງອື່ນໆຕື່ມອີກ.

          ໂດບ: ມາລາທິບ