banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:493
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1882
ເດືອນນີ້:ເດືອນນີ້:8004
ທັງໝົດ:ທັງໝົດ:889466

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ທ່ານ ຮອງລັດຖະມົນຕີ ກະຊວງ ຖວທ ຊີ້ນຳສື່ມວນຊົນ ຢູ່ເມືອງສະໜາມໄຊ

     ນັບແຕ່ມື້ເກີດເຫດໄຟນ້ຳຖ້ວມຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງ ສະໜາມໄຊ ຈົນເຖິງ ປັດຈຸບັນ ມີສຳນັກຂ່າວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເກັບກຳຂ່າວ ທັງໝົດ 52 ພາກສ່ວນ, ໃນນັ້ນສຳນັກຂ່າວ ຕ່າງປະເທດ 26 ພາກສ່ວນ, ລວມນັກຂ່າວ ທັງໝົດ 150 ກວ່າຄົນ, ສາມາດລວມລວມ ຂ່າວ ແລະ ບົດ ໄດ້ທັງໝົດ 1.700 ກວ່າຂ່າວ.

     ໃນຫວ່າງບໍ່ດົນມານີ້ ການນຳ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນຳໂດຍທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ສື່ມວນຊົນຢູ່ສູນຂ່າວ ພາກສະໜາມ ເມືອງສະໜາມໄຊ ແຂວງອັດຕະປື ໂດຍໄດ້ຮັບການຕ້ອນ ຮັບຈາກທ່ານນາງ ບຸນນານ ບຸນຍະແສງ ຫົວໜ້າພະແນກ ຖວທ ແຂວງອັດຕະປື.

      ໃນການລົງເຄື່ອນ ໄຫວຢ້ຽມຢາມ ໃນຄັ້ງນີ້, ທ່ານ ສະຫວັນຄອນ ຣາຊະມຸນຕີ ພ້ອມຄະນະ ແມ່ນໄດ້ຊີ້ນຳ ດ້ານສື່ມວນຊົນ ເປັນຕົ້ນແມ່ນການ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບສະພາບ ການກອບກູ້, ຊ່ວຍເຫລືອ ຜູ້ປະສົບໄພ ນັບແຕ່ມື້ເກີດເຫດ ຈົນເຖິງ ປັດຈຸບັນ ໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້. ພ້ອມທັງ ສະເໜີໃຫ້ ພາກສ່ວນກ່ຽວຂ້ອງ ປະມວນພາບ ແລະ ວີດີໂອ ໄວ້ ເພາະເຫດການດັ່ງກ່າວ ເປັນເຫດການທີ່ຮ້າຍແຮງທີ່ສຸດ ໃນຄັ້ງປະຫວັດສາດ ເຮັດໃຫ້ເກີດການສູນເສຍ ທັງຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢ່າງມະຫາສານ. ພ້ອມທັງ, ຮຽກຮ້ອງໃຫ້ຂະແໜງການກ່ຽວຂ້ອງ ກໍຄືສື່ມວນຊົນ ໃຫ້ສືບຕໍ່ໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານທີ່ເປັນຈິງ, ຖືກຕ້ອງ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ຈົນກວ່າສະພາບການ ຈະກັບຄືນສູ່ສະພາບປົກກະຕິ.
ພ້ອມດຽວກັນນັ້ນ ທ່ານ ຮອງລັດຖະມົນ ພ້ອມຄະນະຍັງໄດ້ ເຂົ້າພົບທ່ານເຈົ້າແຂວງ ອັດຕະປື ເພື່ອລາຍງານສະພາບ ການເຄື່ອນໄຫວ ຂອງສື່ມວນຊົນ ຢູ່ໃນເມືອງສະໜາມໄຊຕື່ມອີກ

ໂດຍ: ເທວາ