banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:94
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2339
ເດືອນນີ້:ເດືອນນີ້:13194
ທັງໝົດ:ທັງໝົດ:880370

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອຳນາດການປົກແຂວງ ອັດຕະປື ຢືນຢັນຍິນດີຮັບເຄື່ອງຊ່ວຍເຫຼືຍໂດຍບໍ່ຈຳກັດ

      ສັງຄົມອອນລາຍໄດ້ເຜີຍແຜ່ ແລະ ປ່າວຂ່າວວ່າບໍ່ຮັບເຄື່ອງບໍລິຈາກ ຫລື ເຄື່ອງຊ່ວຍເຫລືອ ຂະນະທີ່ ປັດຈຸບັນແຂງກ່ຽວຂ້ອງຍັງຕ້ອງການເຫລືອຊ່ວຍ ແລະ ຍິນດີຮັບເອົາໂດຍບໍ່ຈໍາກັດ.

      ທ່ານ ວີກະສັນ ສີຊານົນ ຜູ້ຮັບຜິດຊອບເຄື່ອງຊ່ວຍເຫລືອ ຫລື ເຄື່ອງບໍລິຈາກຢືນຢັນໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2018 ນີ້ວ່ານັບແຕ່ເກີດເຫດນໍ້າຖ້ວມໃນວັນທີ 23 ກໍລະກົດ ເຖິງປັດຈຸບັນ ທາງອໍານາດການປົກຄອງກ່ຽວຂ້ອງກໍໄດ້ເອົາໃຈໃສ່ ແລະ ສຸມວຽກງານຊ່ວຍເຫລືອຮອບດ້ານໂດຍການກະກຽມ ແລະ ສະໜອງສະບຽງອາຫານ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງຮຸ່ງຫົ່ມ, ຢາປົວພະຍາດ, ເຄື່ອງໃຊ້ໃນຄອບຄົວ ແລະ ອື່ນໆທີ່ຈໍາເປັນ.

      ພ້ອມນີ້ ທ່ານ ຮັບຜິດຊອບເຄື່ອງຊ່ວຍເຫລືອ ຫລື ເຄື່ອງບໍລິຈາກຍັງຊີ້ແຈງ ແລະ ຕອບໂຕ້ຫາງສຽງສື່ສັງອອນລາຍບິດເບືອນຄວາມຈິງວ່າປັດຈຸບັນອໍານາດການປົກຄອງແຂວງດັ່ງກ່າວບໍ່ເຄີຍປັດຕິເສດເຄື່ອງຊ່ວຍ-ເຄື່ອງບໍລິຈາກ ແລະ ຍັງຕ້ອງການຄວາມຊ່ວຍເຫລືອທຸກໆດ້ານ. ແນວໃດກໍຕາມຂໍ້ມູນຫລ້າສຸດຂອງຊ່ວຍເຫລືອ ແລະ ກອບກູ້ຜູ້ປະສົບໄພນໍ້າຖ້ວມຈາກເຫດສັນເຂື່ອນໄຟຟ້າເຊນໍ້ານ້ອຍ-ເຊປ່ຽນແຕກໃນວັນທີ 23 ກໍລະກົດເຖິງວັນທີ 29 ກໍລະກົດ ຈຳນວນຜູ້ສູນຫາຍຕາມການເເຈ້ງຂອງອຳນາດການປົກຄອງບ້ານ ແລະ ຄອບຄົວເບື້ອງຕົ້ນມີຜູ້ສູນຫາຍ 131 ຄົນ ລວມຍອດຜູ້ເສຍຊີວິດໄດ້ 9 ຄົນແລ້ວ.

ໂດຍ: ສາຍນ້ຳ