banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:218
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2463
ເດືອນນີ້:ເດືອນນີ້:13318
ທັງໝົດ:ທັງໝົດ:880494

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື ເປີດໂຄງການກໍ່ສ້າງ ອະນຸສາວະລີ ບັນພະບູລຸດລາວ

       ການປະຕິບັດຕາມແນວທາງຂອງພັກ-ລັດ ໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີໃບໜ້ານັ້ນຕ້ອງດຳເນີນຄຽງຄູ່ກັບການຟື້ນຟູການອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ສິ່ງເເວດລ້ອມ ເພື່ອສ້າງເປັນບ່ອນເຊື່ອມຕໍ່ຂອງແຫຼ່ງທ່ອງທ່ຽວມໍລະດົກທາງດ້ານວັດທະນາທຳ ທັງເປັນການກະຕຸກຊຸກຍູ້ ສົງເສີມການທ່ອງທ່ຽວ ໃຫ້ມີຫລາກຫລາຍເພີ່ມຂຶ້ນ.

        ດັ່ງນັ້ນ, ວັນທີ 21 ມີຖຸນາ 2018 ຢູ່ທີ່ເມືອງໄຊເຊດຖາ ແຂວງອັດຕະປື ໄດ້ຈັດພິທີວາງສີລະລຶກໂຄງການກໍ່ສ້າງອານຸສາວະລີພຣະເຈົ້າໄຊຍະເຊດຖາທິຣາດວິລະກະສັດອົງທີ່ມີຄວາມປີຊາສາມາດໃນສະໄຫມອະນາຈັກລາວລ້ານຊ້າງຂຶ້ນ ໂດຍໃຫ້ ເຂົ້າຮ່ວມຂອງ ທ່ານ ຈູມມະລີ ໄຊຍະສອນ ອາດີດ ເລຂາທິການໃຫຍ່ ອາດີດປະທານປະເທດແຫ່ງ ສປປລາວ ພ້ອມພັນລະຍາ, ມີ ທ່ານ ເລັດໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີເຈົ້າແຂວງເຊກອງ, ຮອງເຈົ້າແຂວງອ້ອມຂ້າງ, ຮອງລັດຖະມົນຕີກະຊວງ ຖວທ, ແຂກຖືກເຊີນຈາກສູນກາງ ແລະ ຊາວແຂວງອັດຕະປືເຂົ້າຮ່ວມ.

      ໃນພິທີ ເບຶ້ອງຕົ້ນໄດ້ມີການ ສະແດງສີລະປະວັນນະຄະດີ, ມີການລານງານຄວາມເປັນມາ ແລະ ລາຍງານຄວາມພ້ອມຂອງໂຄງການກໍ່ສ້າງ ພ້ອມນີ້ກໍ່ໄດ້ມີພິທີທາງສາສະໜາ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ຜູ້ອຳນວຍການໃຫ່ຍບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ເຊິ່ງເປັນບໍລິສັດຮັບເຫົມາໂຄງການກໍ່ສ້າງດັ່ງກ່າວ ໄດ້ຍົກໃຫ້ເຫັນວ່າ ໂຄງການນີ້ ໃຊ້ເນື້ອທີ່ໃນການກໍ່ສ້າງທັງຫມົດ 1,8 ເຣັກຕາ, ລັກສະນະຮູບປັ່ນຫລໍ່ອານນຸສາວະລີຂອງພຣະອົງ ແມ່ນມີລັກສະນະຂີຊ້າງຂ້າເຊິກ ແລະ ນັ່ງສະງ່າຢູ່ຫລັງຊ້າງ ປິ່ນຫນ້າໄປທາງທິດຕາເວັນອອກ, ມີຂະໜາດ 14 ມx 22,8 ມ, ມູນຄ່າການກໍ່ສ້າງ 25 ຕື້ກີບ ໃນໄລຍະເວລາການກໍ່ສ້າງ 18 ເດືອນ ບໍລິເວນດ້ານໃນຂອງສວນຈະມີ ນໍ້າພຸ, ມີຫໍມູນເຊື້ອ, ເປັນບ່ອນນັ່ງພັກຜ່ອນ, ພ້ອມນີ້ພາຍໃນສວນ ຍັງເປັນບ່ອນຈັດກິດຈະກຳຕ່າງໆ ຂອງແຂວງ, ເມືອງຕື່ມອີກ ມີມູນຄ່າການກໍ່ສ້າງທັງໝົດ 25 ສວນແຫ່ງນີ້ຕັ້ງຢູ່ຈຸດສາມແຍກ ບ້ານຫາດຊາຍຂາວ, ເຂດພະເມືອງ, ເມືອງໄຊເຊດຖາ ແຂວງອັດຕະປື. ຕອນທ້າຍຂອງພິທີ ທ່ານ ຈູມມາລີ ໄຊຍະສອນ ພ້ອມດ້ວຍຄະນະນຳ 4 ແຂວງ ແລະ ປະທານບໍລິສັດ ກໍ່ໄດ້ພ້ອມກັນວາງແຜນສີລາລຶກ, ຕອກເສົາເງິນ, ເສົາຄຳໃສ ່4 ແຈ, ປ່ອນບື-ແຜນເງິນ, ແຜນທອງ, ເຄື່ອງ ແລະ ໂຫຍດອກໄມ້ເປັນສີລິມຸງຄຸນໃນການກໍ່ສ້າງ ພ້ອມກັບລັ່ນຄ້ອງ 9 ບາດ ແລະ ປ່ອຍປຸມເປົ້າ ເພື່ອເປີດການກໍ່ສ້າງໂຄງການດັ່ງກ່າວຢ່າງເປັນທາງການ.

     ທັງນີ້ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ພະເຈົ້າໄຊຍະເສດຖາທິລາດ ທີ່ພະອົງໄດ້ປົກປັກຮັກສາ ແລະ ພັດທະນາ ອານາຈັກລາວລ້ານຊ້າງໃຫ້ເຂັ້ມແຂງຮຸ່ງເຮືອງ ໃນຊຸມປີ 1548-1572 ເວົ້າສະເພາະແມ່ນໄດ້ຕິດພັນກັບບັ້ນປາຍຊີວິດ ແລະ ການເຄື່ອນໄຫວຂອງພະອົງໃນທົ່ວອານາຈັກລາວລ້ານຊ້າງ ເວົ້່່າສະເພາະແມ່ນຢູ່ແຂວງ ອັດຕະປື, ເປັນການເສີມຂະຫານມູນຮັກຊາດ, ການຕູ່ສູ້ພິລະອາດຫານ ຂອງພະອົງ ເຊິ່ງໄດ້ກາຍເປັນມໍລະດົກອັນລ້ຳຄ່າປະໄວ້ໃຫ້ລູກຫລານສືບທອດຄົ້ນຄວ້າສຶກສາຮ່ຳຮຽນ, ເປັນການເສີມສ້າງວັດທະນະທຳໄໝ່ໃຫ້ກາຍເປັນປູ່ສະນີຍະສະຖານ, ເປັນແຫລ່ງທ່ອງທ່ຽວ ແລະ ຈຸດເຕົ້າໂຮມຄວາມສາມັກຄີ ຂອງປວງຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ພ້ອມພຽງກັນປົກປັກຮັກສາ ແລະ ພັດທະນາໃຫ້ຮຸ່ງເຮືອງ, ເປັນສົ່ງເສີມການຜະລິດເປັນສິນຄ້າ, ຜະລິດຕະພັນການບໍລິການແກ່ຜູ້ສະແຫວງບຸນ ຫລື ນັກທ່ອງທ່ຽວ ປະກອບສ່ວນລົບລ້າງຄວາມທຸກຍາກເທື່ອລະກ້າວ.

ໂດຍ: ມາລາທິບ