banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:492
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1881
ເດືອນນີ້:ເດືອນນີ້:8003
ທັງໝົດ:ທັງໝົດ:889465

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ປະທານ ສານປະຊາຊົນສູງສຸດ ເຮັດວຽກຢູ່ ແຂວງ ອັດຕະປື

        ວັນທີ 17 ພຶດສະພາ 2018 ນີ້ ທ່ານ ຄຳພັນ ສິດທິ ດຳພາ ກຳມະການສູນກາງ ພັກ ເລຂາຄະນະພັກ ປະທານ ສານປະຊາຊົນສູງສຸດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ເຮັດວຽກຢູ່ສານປະຊາຊົນແຂວງ ອັດຕະປື ໂດຍມີຄະນະພັກສານປະຊາຊົນແຂວງ, ສານເມືອງ, ສານເຂດ ແລະ ນັກງານສານປະຊາຊົນເຂົ້າຮ່ວມ.

       ທ່ານ ປັນຍາ ໄຊຍະແສງ ກຳມະການພັກແຂວງ ປະທານສານປະຊາຊົນແຂວງ ໄດ້ຍົກໃຫ້ເຫັນກ່ຽວກັບ ສະພາບການຈັດຕັ້ງ ປະຕິບັດໜ້າທີ່ວຽກງານໂດຍຫຍໍ້ ສະເພາະໜຶ່ງປີຜ່ານມາວ່າ: ຄະນະພັກສານປະຊາຊົນແຂວງ ອັດຕະປື ໄດ້ສືບຕໍ່ເອົາໃຈໃສ່ຍົກສູງຄວາມ ຮັບຜິດຊອບຢ່າງຕໍ່ເນື່ອງ ທັງໄດ້​ປະ​ກອບ​ສ່ວນ​ຮັກ​ສາ​ສະ​ຖຽນ​ລະ​ພາບດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ ແລະ ການ​ພັດ​ທະ​ນາ​ລວມ​ຂອງແຂວງ. ພະນັກງານມີສະຕິເຄົາລົບຕໍ່ປະຊາຊົນ, ແກ້ໄຂຄະດີຖືກຕ້ອງເປັນທຳ ຕາມລະບຽບກົດໝາຍ ຂອງລັດຢ່າງເຂັ້ມງວດໃນ ໃນຕະຫລອດໄລຍະໜຶ່ງປີຜ່ານມາລວມມີ ຄະດີທີ່ຖືກຕັດສິນທັງໝົດ240 ເລື່ອງ ໃນນີ້ ຫລາຍກວ່າໝູ່ແມ່ນຄະດີແຜ່ງ ເຊັ່ນ: ຢາເສບຕິດ, ຂີ້ລັກງັດແງະ, ລັກຊັບພົນລະເມືອງ ແລະ ຮອງລົງມາແມ່ນ ຄະດີແພ່ງ ເຊັ່ນ: ຄະດີກ່ຽວກັບທີ່ດິນ, ສັນຍາກູ້ຢືມ ແລະ ອື່ນໆ.

       ໂອກາດ​ດຽວກັນນີ້ ທ່ານ ຄຳ​ພັນ ສິດທິ​ດຳ​ພາ ກຳມະການສູນກາງພັກ ປະທານ​ສານ​ປະຊາຊົນ​ສູງ​ສຸດ ກໍ່ໄດ້ເປັນກຽດໂອລົມ ເຊິ່ງນອກຈາກທີ່ທ່ານໄດ້ສະແດງເຖິງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງສານປະຊາຊົນແຂວງຍາດມາໄດ້ແລ້ວ ທ່ານຍັງໄດ້ຮຽກຮ້ອງໃຫ້ອົງຄະນະ ພັກສານປະຊາຊົນແຂວງ ອັດຕະປື ພ້ອມກັນເພີ່ມທະວີຄວາມເປັນແບບຢ່າງທີ່ດີຂອງຄະນະນຳກໍ່ຄື ຜູ້ພິພາກສາ ຕະຫຼອດຮອດ ພະນັກວິຊາການທຸກຂັ້ນ ໃນການປະຕິບັດໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍ ໃຫ້ມີຄວາມຊື່ສັດບໍລິສຸດ, ໂປ່ງໃສ, ເພິ່ມທະວີຄວາມສາມັກຄີ ແລະ ສຶບຈັດຕັ້ງປະຕິບັດຕໍ່ພາລະກິດສານ ຂອງປະຊາຊົນໃຫ້ໄດ້ຮັບຜົນດີຍິ່ງຂຶ້ນກວ່າເກົ່າ.

ໂດຍ ຈັນສະໄໝ