banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:71
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2032
ເດືອນນີ້:ເດືອນນີ້:8154
ທັງໝົດ:ທັງໝົດ:889616

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ເຈົ້າແຂວງອັດຕະປືໂອ້ລົມການນຳເມືອງໄຊເສດຖາ: ໃນວັນທີ 25 ມັງກອນ 2018 ທ່ານ ເລັດ ໄຊຍະພອນ ເລຂາ ພັກແຂວງ, ເຈົ້າແຂວງ ອັດຕະປື ພ້ອມຄະນະ ໄດ້ລົງ ເຄື່ອນໄຫວ ຢ້ຽມຢາມ, ພົບປະ ໂອ້ລົມ ການນຳ ເມືອງໄຊເສດຖາ ໂດຍມີທ່ານ ທ່ານ ບຸນເສີດ ເສດທິລາດ ກຳມະການ ພັກແຂວງ, ເລຂາ ພັກເມືອງ, ເຈົ້າເມືອງ ໄຊເສດຖາ ພ້ອມດ້ວຍ ຄະນະນຳ ຂອງເມືອງ ໃຫ້ານຕ້ອນຮັບ ຈາກນັ້ນ ກໍ່ໄດ້ມີພິທີ ພົບປະ ໂອ້ລົມ ທີ່ສະໂມສອນ ຂອງເມືອງ. ໃນພິທີ ພາຍຫຼັງ ໄດ້ຮັບຟັງ ທ່ານ ເສີດ ເສດທິລາດ ເຈົ້າເມືອງ ໄຊເສດຖາ ລາຍງານ ສະພາບ ການພັດທະນາ ເສດຖະ ກິດ-ສັງຄົມ ຂອງເມືອງແລ້ວ ບັນດາ ຫ້ອງການ ຂອງເມືອງ ແລະ ພະແນກການ ທີ່ກ່ຽວຂ້ອງ ຂອງແຂວງ ໄດ້ມີຄຳຄິດ, ຄຳເຫັນ ແລກປ່ຽນ ທັດສະນະ ໃນການຄຸ້ມຄອງ ແລະ ເຄື່ອນໄຫວ ວຽກງານ ໃນຂອບເຂດ ຄວາມຮັບຜິດ ຊອບ ເພື່ອຄວາມ ເປັນເອກະພາບ ໃນການ ຈັດຕັ້ງ ປະຕິບັດ ວຽກກງານ ໃຫ້ມີ ປະສິດທິຜົນ.

ໃນຕອນທ້າຍ ຂອງພິທີ ທ່ານ ເລັດ ໄຊຍະພອນ ເລຂາ ພັກແຂວງ, ເຈົ້າແຂວງ ອັດຕະປື ໄດ້ມີຄຳເຫັນ ຊີ້ນຳ ໃນນີ້: ທ່ານໄດ້ເນັ້ນ ໃຫ້ການນຳ ເມືອງໄຊເສດຖາ ເພີ່ມທະວີ ການສືກ ສາອົບຮົມ ໃຫ້ພະ ນັກງານ ສຳມະຊິກພັກ ເຂົ້າໃຈ ຢ່າງເລິກເຊິງ ຕໍ່ແນວທາງ ນະໂຍບາຍ, ລະບຽບ ກົດໝາຍ ແລະ ຄວາມຮັບຜິດຊອບ ໄປພ້ອມໆ ກັບການ ກວດກາ ພາລະບົດບາດ, ການນຳພາ ຂອງແຕ່ລະ ຂະແໜງ ການ, ປັງປຸງ ຂອບປະ ສານງານ ລະຫວ່າງ ແຂວງ ແລະ ເມືອງ ໃຫ້ມີ ຄວາມຄ່ອງຕົວ ໂດຍເລັ່ງໃສ່ ການຂຸດຄົ້ນ ຊອກແຫຼ່ງ ລາຍຮັບ ທຸກທ່າແຮງ ຂອງເມືອງ. ພ້ອມນັ້ນ ທ່ານເຈົ້າແຂວງ ຍັງໄດ້ ຮຽກຮ້ອງ ການນຳ ຂອງເມືອງ ຈົ່ງເປັນເຈົ້າການ ຍົກສູງ ການຄຸ້ມຄອງ ບໍລິຫານລັດ ຕ້ອງເຂັ້ມງວດ ຕໍ່ລະບຽບ ກົດໝາຍ ທັງນີ້ ກໍ່ເພື່ອ ຫັນການພັດທະນາ ໄປຕາມທິດ ສາມສ້າງ ເລັ່ງໃສ່ ສ້າງເມືອງ ໄຊເສດຖາ ເປັນເມືອງເຂັ້ມແຂງຮອບດ້ານ.