banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:199
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2444
ເດືອນນີ້:ເດືອນນີ້:13299
ທັງໝົດ:ທັງໝົດ:880475

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ແຂວງອັດຕະປືຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງແຂວງ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງອັດຕະປື ຄັ້ງທີ X ຂົງເຂດວັດທະນະທຳ-ສັງຄົມ ໄດ້ຈັດຂື້ນໃນມື້ວັນທີ 14 ມັງກອນ 2016 ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງທ່ານ ອຸ່ນຫຼ້າ ໄຊຍະສິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ຜູ້ຊີ້ນຳວຽກງານວັດະນະທຳ-ສັງຄົມ, ເຂົ້າຮ່ວມມີບັນດາຫົວໜ້າພະແນກການ, ຮອງພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ພະນັກງານສະມາຊິກພັກ ເຂົ້າຮ່ວມ 150 ຄົນ. ໃນການເຜີຍແຜ່ເຊື່ອມຊືມຄັ້ງນີ້ ຄະນະຮັບຜິດຊອບຊີ້ນຳການຜັນຂະຫຍາຍ ໄດ້ຜັນປ່ຽນກັນຂື້ນສະເໜີບັນດາເອກະສານເຊັ່ນ: ເອກະສານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການປົກປັກຮັກສາລະບອບການເມືອງ ແລະ ຂະບວນການພັດທະນາເສດຖະກິດ-ສັງຄົມ, ເອກະສານຍົກສູງຄວາມສາມາດນໍາພາຂອງພັກຕໍ່ອົງການລັດ, ອົງການຈັດຕັ້ງມະຫາຊົນໃຫ້ໜັກແໜ້ນເຂັ້ມແຂງ, ເອກະສານຄາດໝາຍຍຸດທະສາດປີ 2020 - 2025 ແລະ 2030. ຈຸດປະສົງໃນການຈັດຕັ້ງຜັນຂະຫຍາຍຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານການນຳ, ຫົວໜ້າພະແນກການ,ພະນັກງານສະມາຊິກພັກ, ພະນັກງານລັດຖະກອນ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນມະຕິກອງປະຊຸມໃຫຍ່ຂອງແຂວງ ກຳໄດ້ບັນດາຄາດໝາຍສູ້ຊົນ ໃນການພັດທະນາເສດຖະກິດສັງຄົມ 5 ປີ ຄື: 2016-2020 ແລະ ແຜນຍຸດທະສາດ 2025-2030 ເພື່ອນຳໄປເປັນແນວທາງ ໃນການຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ມີຜົນສຳເລັດ. ເຊິ່ງການເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງອັດຕະປື ແມ່ນໄດ້ແບ່ງອອກເປັນ 5 ຂົງເຂດຄື: ຂົງເຂດການເມືອງ ແລະ ເມືອງພູວົງ, ຂົງເຂດນິຕິບັນຍັດ-ຕຸລາການ ແລະ ເມືອງສາມັກຄີໄຊ, ຂົງເຂດ ປກຊ - ປກສ ແລະ ເມືອງຊານໄຊ, ຂົງເຂດວັດທະນະທຳສັງຄົມ ແລະ ເມືອງຊານໄຊ, ຂົງເຂດເສດຖະກິດ ແລະ ເມືອງສະໜາມໄຊ. ປະຈຸບັນຄະນະຮັບຜິດຊອບແຕ່ລະຂົງເຂດ ພວມດຳເນີນການຈັດຕັ້ງເຜີຍແຜ່ຢ່າງເປັນຂະບວນຝົດຝື້ນ ຄາດວ່າຈະໃຫ້ສຳເລັດທົ່ວແຂວງ ໃນທ້າຍເດືອນມັງກອນນີ້.