banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:25
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:1986
ເດືອນນີ້:ເດືອນນີ້:8108
ທັງໝົດ:ທັງໝົດ:889570

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ເພີ່ມຂີດ ຄວາມສາມາດ ການປາຖະກະຖາ ໃຫ້ພະນັກງານ ຫລັກແຫລ່ງ ອັດຕະປື. ພະນັກງານ ຫລັກແຫລ່ງ ເກືອບ 60 ຄົນ ຢູ່ແຂວງອັດຕະປື ມີຄວາມສາມາດ ການ ປາຖະກະຖາ ໂດຍປາກແລ້ວ ຫລັງກົມ ໂຄສະນາອົບຮົມ ສູນກາງພັກ ຮ່ວມກັບ ແຂວງດັ່ງກ່າວ ຈັດຊຸດອົບຮົມ ວຽກງານນີ້ ເປັນຊຸດທີ 2 ປະຈຳ ສົກປີນີ້, ຂະນະທີ່ ທ່ານ ນາງ ຫວັດສະດີ ໂຄດໂຍທາ ຮອງເລຂາ ພັກແຂວງ, ຮອງເຈົ້າ ແຂວງອັດຕະປື ຮຽກຮ້ອງໃຫ້ ນັກສຳມະນາກອນ ເປັນເຈົ້າການ ໂຄສະນາ ແນວທາງ ນະໂຍບາຍ ຂອງພັກ ໃຫ້ເກີດອັນໃໝ່ ຢູ່ທ້ອງຖິ່ນ ຮາກຖານ. ຕະຫລອດໄລຍະ 3 ມື້ ຄື: ແຕ່ວັນທີ 16-18 ເດືອນ ກັນຍາປີ 2014, ສຳມະນາກອນ 57 ຄົນ ໄດ້ເຂົ້າໃຈ ຢ່າງເລິກເຊິງ ຕໍ່ພື້ນຖານ ການໂຄສະນາ ໂດຍປາກ, ຄວາມສາມາດ ການຂຽນເອກະສານ, ຄຸນລັກສະນະ ແລະ ສິລະປະການເວົ້າ ຂອງນັກປາຖະກະຖາ.

ບັນດານິຕິກຳ ແລະ ບາງບົດຮຽນ ການເຄື່ອນໄຫວ ປາຖະກະຖາ ອັນຈະເປັນ ສ່ວນສຳຄັນ ເຮັດໃຫ້ການ ໂຄສະນາ ປາຖະກະຖາ ມີຫລາຍຮູບແບບ ຫລາຍສີສັນ ສາມາດດຶງດູດ ໄດ້ຜູ້ຟັງ ແລະ ເຮັດໃຫ້ເກີດການ ຫັນປ່ຽນໃໝ່  ທີ່ຕັ້ງໜ້າກວ່າເກົ່າ ໂດຍສະເພາະ ຄວາມເປັນເຈົ້າການ ເຂົ້າຮ່ວມຂະບວນ ການແຂ່ງຂັນ ຮັກຊາດ ແລະ ພັດທະນາ ນັບມື້ ເປັນຮູບປະທຳ ຫລາຍຂຶ້ນ. ທ່ານ ນາງ ຫວັດສະດີ ໂຄດໂຍທາ ຮອງເລຂາ ພັກແຂວງ, ຮອງເຈົ້າແຂວງ ອັດຕະປື ກ່າວຫລັງມອບໃບ ຢັ້ງຢືນໃຫ້ແກ່ ສຳມະນາກອນ ໂດຍໄດ້ຍົກ ໃຫ້ເຫັນ ຄວາມໝາຍ ຄວາມສຳຄັນ ຂອງການ ປາຖະກະຖາ ເຊິ່ງເປັນວຽກ ທີ່ພັກ ໃຫ້ຄວາມສຳຄັນ ໂດຍສະເພາະ ການສ້າງນັກ ປາຖະກະຖາ ທຸກປະເພດ ທັງລະດັບສູນກາງ ແລະ ທ້ອງຖິ່ນ. ແນວໃດກໍດີ ທັງຜູ້ຮັບຜິດຊອບ ວຽກງານນີ້ ກໍຄືສຳມະນາກອນ ຈົ່ງກຳແໜ້ນ ບັນດາຫລັກການພື້ນ ຖານການປາຖະກະຖາ, ການໂຄສະນາ ປຸກລະດົມ ທົ່ວປວງຊົນ ເປັນເຈົ້າການ ປະຕິບັດ ແນວທາງ ແຜນນະໂຍບາຍ, ລະບຽບກົດໝາຍ ໂດຍສະເພາະ ການປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ກໍຄືການປະຕິບັດ ບາດກ້າວ ບຸກທະລຸທັງ 4 ດ້ານ ໃຫ້ປະສົບ ຜົນສຳເລັດ ຕາມເປົ້າໝາຍ.