ຮາກຖານ ຫ້ອງວ່າການແຂວງ ໄດ້ຈັດພິທີ ມອບບັດແດງ ໃຫ້ສະມະຊິກພັກ ຊຸດທີ III. ພິທີດັ່ງກ່າວ ໄດ້ຈັດຂື້ນ ໃນຕອນເຊົ້າ ວັນທີ 7 ພະຈິກ 2017 ທີ່ຫ້ອງປະຊຸມ ຊັ້ນ 5 ສຳນັກງານ ອົງການ ປົກຄອງແຂວງ ໂດຍການ ເປັນປະທານ ຂອງສະຫາຍ ທະນູໄຊ ບັນຊາລິດ ກຳມະການພັກແຂວງ, ເລຂາຄະນະພັກ ຮາກຖານ, ຫົວໜ້າຫ້ອງ ວ່າການແຂວງ ເຂົ້າຮ່ວມມີ ຄະນະພັກ ຮາກຖານ, ບັນດາ ໜ່ວຍພັກ ທີ່ຂື້ນກັບ, ສຳມະຊິກພັກ ສົມບູນ ແລະ ສຳຮອງ ພ້ອມດ້ວຍ ແຂກຖືກເຊີນ ເຂົ້າຮ່ວມ. ໃນພິທີ ສະຫາຍ ທ່ານ ດຣ ບຸນເປັນ ສັງສົມສັກ ຮອງເລຂາ ຄະນະພັກ ຮາກຖານ, ຮອງຫົວໜ້າ ຫ້ອງວ່າການແຂວງ ໄດ້ຂື້ນຜ່ານ ມະຕິຕົກລົງ ຂອງຄະນະປະຈຳ ພັກແຂວງ ວ່າດ້ວຍ ການຮັບຮອງ ອອກບັດ-ມອບບັດ ໃຫ້ສະມາຊິກ ພັກສົມບູນ ຊຸດທີ IX ປີ 2017 ຈຳນວນ 168 ໜ່ວຍພັກ 1.354 ສະຫາຍ, ໃນນີ້ ສະມາຊິກພັກ ທີ່ໄດ້ຮັບບັດແດງ ສະເພາະ ຮາກຖານພັກ ຫ້ອງວ່າການແຂວງ ມີຈຳນວນ 12 ສະຫາຍ.

ໂອກາດ ດັ່ງກ່າວ ສະຫາຍ ທະນູໄຊ ບັນຊາລິດ ເລຂາຄະນະພັກ ຮາກຖານ, ຫົວໜ້າ ຫ້ອງວ່າການແຂວງ ກໍ່ໄດ້ຂື້ນ ສຳຜັດມື ແລະ ມອບບັດແດງ ໃຫ້ສະມາຊິກພັກ ຢ່າງເປັນທາງການ ພ້ອມທັງ ໃຫ້ກຽດໂອ້ລົມ ເຊິ່ງນອກຈາກ ສະແດງຄວາມ ຊົມເຊີຍ ຕໍ່ບັນດາສະຫາຍ ທີ່ໄດ້ຮັບ ບັດແດງແລ້ວ ສະຫາຍ ຍັງໄດ້ ຍົກໃຫ້ເຫັນ ຄວາມສຳຄັນ ຂອງບັດແດງ ຕະຫຼອດເຖິງ ການນຳໃຊ້ ໃຫ້ຖືກຕ້ອງ ສອດຄ່ອງ ກັບກົດລະບຽບ ຂອງພັກ ຢ່າງເຂັ້ມງວດ ເພື່ອຍົກສູງ ບົດບາດ ອິດທິພົນ ຂອງພັກ; ໂອກາດດຽວກັນ ສະຫາຍ ຍັງໄດ້ຮຽກຮ້ອງ ມາຍັງ ສຳມະຊິກພັກ ຮາກຖານ ຫ້ອງວ່າການ ທຸກສະຫາຍ ຈົ່ງເຊີດຊູຄວາມ ຮັບຜິດຊອບ ເປັນແບບຢ່າງ ທີ່ດີ ປະຕິບັດໜ້າທີ່ ວຽກງານ ໃຫ້ສຳເລັດ ເພື່ອສ້າງ ໜ່ວຍພັກ ຮາກຖານ ຫ້ອງວ່າການແຂວງ ໃຫ້ສາມາດ ປະກາດ ເປັນໜ່ວຍພັກແຂງ ຮູ້ນຳພາ ຮອບດ້ານ ໃນຕໍ່ໜ້າ.