ໃນວັນທີ 25 ສິງຫາ 2017 ໜ່ວຍພັກ ຂະແໜງບໍລິຫານ ແລະ ຂະແໜງ ສັງລວມລັດ+ ຂະແໜງ ສັງລວມພັກ, ຂະແໜງເລຂາ ແລະ ຂະແຫນງປະເມີນຜົນ ທີ່ຂື້ນກັບ ຄະນະພັກຮາກຖານ ຫ້ອງວ່າການ ໄດ້ຈັດພິທີ ເລື່ອນສະມາຊິກພັກ ສຳຮອງ ຂື້ນເປັນສົມບູນ ແລະ ຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກ ພັກສຳຮອງ ພິທີດັ່ງກ່າວ ໄດ້ຈັດຂື້ ທີ່ຫ້ອງປະຊຸມ ຊັ້ນ 5 ສຳນັກງານ ອົງການປົກຄອງແຂວງ ພາຍໃຕ້ການ ເປັນປະທານ ຂອງສະຫາຍ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ເລຂາຄະນະພັກ ຮາກຖານ ຫົວໜ້າ ຫ້ອງວ່າການ, ມີແຂກຖືກເຊີນ ຈາກຄະນະ ຈັດຕັ້ງແຂວງ, ໂຄສະນາອົບຮົມ ແລະ ບັນດາສະຫາຍ ສຳມາຊິກພັກ ສົມບູນ ແລະ ສຳຮອງ ເຂົ້າຮ່ວມ ຢ່າງພ້ອມພຽງ. ໃນພິທີ ສະຫາຍ ໂດແສງດາ ພິຈິດ ເລຂາໜ່ວຍພັກ ຂະແໜງ ສັງລວມລັດ + ຂະແໜງ ສັງລວມພັກ, ຂະແໜງ ເລຂາ ໄດ້ຂື້ນຜ່ານ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການ ເລື່ອນສຳມະຊິກພັກ ສຳຮອງຂື້ນ ສົມບູນ ຈຳນວນ 2 ສະຫາຍ ຄື: ສະຫາຍ ນາງ ວັນວິໄລ ໄຊເສນາ, ສະຫາຍ ນາງ ດາວິນ ມະນີວົງ ແລະ ຜ່ານມະຕິຕົກ ລົງຂອງຄະນະ ປະຈຳພັກແຂວງ ວ່າດ້ວຍການ ອະນຸມັດມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ສຳຮອງ ຈຳນວນ 2 ສະຫາຍ . ໃນພິທີດັ່ງກ່າວ ຕາງໜ້າມະຫາຊົນ ກ້າວໜ້າ ໄດ້ຂື້ນຜ່ານ ໃບສະໜັກ ຂໍເຂົ້າເປັນສະມາຊິກ ພັກສຳຮອງ ແລະ ຜ່ານໃບຢັ້ນຢືນ ໃນການຕິດຕາມ ຈາກຜູ້ຮັບຜິດຊອບ ເພື່ອໃຫ້ຖືກຕ້ອງ ຕາມລະບຽບ ຂອງພັກ ໃນໂອກາດສຳຄັນ ດັ່ງກ່າວ ສະຫາຍ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ເລຂາຄະນະພັກ ຮາກຖານ ຫົວໜ້າ ຫ້ອງວ່າການແຂວງ ແລະ ສະຫາຍ ເລຂາໜ່ວຍພັກ ໄດ້ໃຫ້ກຽດ ຂື້ນສຳພັດມື ແຕ່ລະສະຫາຍ ເພື່ອເປັນການຢັ້ງ ຢືນໃນການຮັບເອົາ ສະມາຊິກ ພັກສຳຮອງ ແລະ ສະມາຊິກ ພັກສົມບູນ ຢ່າງເປັນທາງການ ຈາກນັ້ນ ທ່ານກໍ່ໄດ້ ໃຫ້ກຽດໂອ້ລົມ ເຊິ່ງນອກຈາກ ທ່ານໄດ້ສະແດງ ຄວາມຊົມເຊີຍແລ້ວ ບັນຫາສຳຄັນ ທ່ານໄດ້ຮຽກຮ້ອງໃຫ້ ສະມາຊິກພັກ ແຕ່ລະສະຫາຍ ທັງສົມບູນ ແລະ ສຳຮອງ ຕ້ອງປະຕິບັດ ຕາມກົດລະບຽບ ຂອງພັກ ຢ່າງເຂັ້ມງວດ ເອົາໃຈໃສ່ໃນ ການເຄື່ອນໄຫວ ເຮັດສຳເລັດໜ້າທີ່ ຕາມການມອບໝາຍ ແລະ ມີຫົວຄິດປະດິດສ້າງ ເປັນແບບເປັນຢ່າງ ທີ່ດີແກ່ມະຫາຊົນ ພ້ອມທັງປຸກລະດົມ ຂົນຂວາຍມະຫາຊົນ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ ເພື່ອສ້າງຄວາມ ສາມັກຄີ ແລະ ເປັນກຳລັງແຮງ ແກ່ພັກ ກ້າວໄປເຖິງ ການສ້າງໜ່ວຍພັກ ຮາກຖານຫ້ອງວ່າການ ໃຫ້ກາຍເປັນໜ່ວຍພັກແຂງ ຮູ້ນຳພາຮອບດ້ານ ໃນອານາຄົດ.