banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:77
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1466
ເດືອນນີ້:ເດືອນນີ້:7588
ທັງໝົດ:ທັງໝົດ:889050

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຫ້ອງວ່າການແຂວງ ປາຖະກະຖາວັນ ຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 106 ປີ: ເພື່ອລະນຶກ ແລະ ສະແດງຄວາມ ຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ຜົນງານ ແລະ ຄຸນ ງາມຄວາມດີ ອັນໃຫຍ່ຫຼວງ ຂອງປະທານ ສຸພາ ນຸວົງ ຜູ້ນຳ ທີ່ເຄົາລົບຮັກ ຂອງປະເທດຊາດ ແລະ ປະຊາຊົນ ບັນດາເຜົ່າ ຕອນບ່າຍ ວັນທີ 27 ກໍລະກົດ 2015 ນີ້ ຫ້ອງວ່າການ ປົກຄອງແຂວງ ອັດຕະປື ໄດ້ຈັດພິທີ ປາຖະກະຖາ ເລົ່າຄືນ ມູນເຊື້ອຊີວິດ ແລະ ການເຄື່ອນໄຫວ ປະຕິວັດ ຂອງປະທານ ສຸພາ ນຸວົງ ເນື່ອງໃນໂອກາດ ວັນຄ້າຍ ວັນເກີດ ຄົບຮອບ 106 ປີ. ພິທີດັ່ງກ່າວ ໄດ້ຈັດຂື້ນ ທີ່ສະໂມສອນ ຫ້ອງວ່າການ ປົກຄອງແຂວງ ໃຫ້ກຽດເຂົ້າຮ່ວມ ໃນພິທີດັ່ງກ່າວ ມີທ່ານ ທະນູໄຊ ບັນຊາລິດ ກຳມະການ ພັກແຂວງ ເລຂາຄະນະພັກ ຮາກຖານ ຫົວໜ້າຫ້ອງວ່າການ ປົກຄອງແຂວງ ພ້ອມຄະນະ ແລະ ມີຫົວໜ້າຂະແໜງ, ຮອງຂະແໜງ, ຫ້ອງການທີ່ຂື້ນກັບ ຕະຫຼອດຮອດ ພະນັກງານວິຊາການ ເຂົ້າຮ່ວມ ຢ່າງພ້ອມພຽງ. ໃນການປະຖະ ກະຖາຄັ້ງນີ້ ກ່ອນອື່ນ ຜູ້ເຂົ້າຮ່ວມ ໄດ້ຮັບຊົມ ຟຣິມເອກະສານ ກ່ຽວກັບ ທ່ານປະທານ ສຸພາ ນຸວົງ ຈາກນັ້ນ ຫົວໜ້າ ຫ້ອງວ່າການແຂວງ ກໍ່ໄດ້ຂື້ນເຜີຍແຜ່ ເອກະສານຊີວິດ ແລະ ການເຄື່ອນໄຫວ ປະຕິວັດຂອງ ປະທານ ສຸພາ ນຸວົງ ໃນນີ້ ທ່ານໄດ້ຍົກ ໃຫ້ເຫັນການ ເຄື່ອນໄຫວໃນ ແຕ່ລະໄລຍະ ໂດຍສະເພາະ ໄລຍະ ຕໍ່ສູ້ປົດປ່ອຍ ປະເທດຊາດ ແລະ ໄລຍະປົກ ປັກຮັກສາ ພັດທະນາ ປະເທດຊາດ ປະທານ ສຸພາ ນຸວົງ ແມ່ນປັນຍາຊົນ ຜູ້ຍິ່ງໃຫຍ່ ເປັນເຊື້ອເຈົ້າຜູ້ນື່ງ ທີ່ມີນໍ້າໃຈຮັກຊາດ ອັນດູດດື່ມ ເປັນຜູ້ນຳ ທີ່ຈົງຮັກພັກດີ ຕໍ່ອຸດົມການ ປະຕິວັດ ຢ່າງເດັດຂາດ ຕໍ່ສູ້ຢ່າງກ້າແກ່ນ ພິລະອາດຫານ ຍາມໃດກໍ່ ໄດ້ຍົກສູງ ສະຕິລະບຽບວິໄນ ຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອ ຮັກແພງ ໝູ່ສະຫາຍ ຢ່າງຈິງໃຈ, ດຳລົງຊີວິດ ຢ່າງຊື່ສັດ ສຸຈະລິດ ແລະ ງ່າຍດາຍ ເປັນນັກຮົບ ຮັກຊາດຮຸ່ນທຳອິດ ທີ່ໄດ້ເອົາຊີວິດ ຂອງຕົນ ຜູກພັນ ກັບການປະຕິວັດ ຕະຫຼອດມາ ໂດຍບໍ່ງໍ້ງຽ່ງ ຕໍ່ຄວາມລຳບາກ, ຍອມເສຍສະຫຼະ ທຸກຢ່າງ ກະທັ້ງບໍ່ຫວາດຫວັ່ນ ຕໍ່ກັບການຈັບກຸມ ຄຸມຂັງ ຂອງສັດຕູ ຍາມໃດ ກໍ່ຕໍ່ສູ້ເພື່ອອຸດົມຄະຕິ ປະຕິວັດ ອັນສູງສົ່ງ, ເພື່ອຄວາມ ເປັນເອກະລາດ ແລະ ຄວາມວັດທະນະ ຖາວອນ ຂອງປະເທດຊາດ, ເພື່ອອິດສາລະພາບ ແລະ ຄວາມຢູ່ດີກີນດີ ຂອງປະຊາຊົນ. ເຊິ່ງການປະຖະ ກະຖາຄັ້ງນີ້ ກໍ່ເພື່ອເຮັດ ໃຫ້ພະນັກງານ ລັດຖະກອນ ທີ່ຂື້ນກັບຫ້ອງວ່າການ ໄດ້ເຊື່ອມຊືມ ມູນເຊື້ອປະທານ ສຸພາ ນຸວົງ ພ້ອມທັງ ຮໍ່າຮຽນເອົາ ແບບຢ່າງ ຄຸນງາມຄວາມດີ ເປັນຕົ້ນ: ທັດສະນະຫຼັກໝັ້ນ, ນໍ້າໃຈຮັກຊາດ, ຫົວຄິດປະດິດສ້າງ, ແບບແຜນການ ດຳລົງຊີວິດ ຕະຫຼອດເຖິງການ ເພີ່ມທະວີ ຄວາມສາມັກຄີ ໃນທົ່ວປວງຊົນ ພ້ອມທັງ ຝືກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນ ພະນັກງານ ຮຸ່ນສືບທອດທີ່ດີ ເພື່ອປະກອບສ່ວນ ເຂົ້າໃນການ ສ້າງສາພັດທະນາ ປະເທດຊາດ ໃຫ້ຈະເລີນຂື້ນໄປເລື້ອຍໆ.