banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:285
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1674
ເດືອນນີ້:ເດືອນນີ້:7796
ທັງໝົດ:ທັງໝົດ:889258

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

   ວັນທີ 8-9 ຕຸລາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການ ສະເພາະກິດ ແກ້ໄຂໄພພິບັດ ລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຄວາມຄືບໜ້າ ໃນການແກ້ໄຂ ແລະ ຟື້ນຟູປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ ຕາມແຕ່ລະຈຸດສູນຕ່າງໆ ເພື່ອຖາມຂ່າວຄາວ ຊີວີວິດການເປັນຢູ່ຕົວຈິງ ຂອງປະຊາຊົນ ພ້ອມໃຫ້ກຽດໂອ້ລົມ ແລະ ຊີ້ນຳ ຄະນະນຳຂອງແຂວງ ທີ່ສຳນັກງານອົງການປົກຄອງແຂວງອັຕະປື.

   ໂອກາດດັ່ງກ່າວ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ມີຄວາມອົດທົນ, ພະຍາຍາມ ແລະ ເອົາໃຈໃສ່ໃນການແກ້ໄຂບັນຫາດັ່ງກ່າວຕະຫລອດມາ ແລະ ເນັ້ນໜັກໃຫ້ອໍານາດການປົກຄອງແຂວງ, ເມືອງ, ບ້ານ ແລະ ຄະນະຮັບຜິດຊອບແກ້ໄຂໄພພິບັດຢູ່ທີ່ເມືອງສະໜາມໄຊ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານການເມືອງແນວຄິດໃຫ້ປະຊາຊົນ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ຈັດສັນທີ່ຢູ່ອາໃສທີ່ພັກຊົ່ວຄາວໃຫ້ດີ, ສືບຕໍ່ບຸກເບີກເນື້ອທີ່ການຜະລິດຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ, ລວມທັງໃຫ້ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ຢູ່ເຂດຈັດສັນ ໃຫ້ສໍາເລັດໂດຍໄວ.