banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:185
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2430
ເດືອນນີ້:ເດືອນນີ້:13285
ທັງໝົດ:ທັງໝົດ:880461

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ແຂວງອັດຕະປື ດໍາເນີນກອງປະຊູມ ເປີດກວ້າງ ຄັ້ງທີ 7 ສະໄໝທີ່ X ກອງປະຊຸມ ຄົບຄະນະ ບໍລິຫານງານ ພັກແຂວງ ອັດຕະປື ເປີດກວ້າງ ຄັ້ງທີ່7 ສະໄໝທີ່ X ໄດ້ໄຂຂື້ນ ຢ່າງເປັນທາງການ ໃນ ຕອນເຊົ້າ ຂອງວັນທີ 9 ກໍລະກົດ 2018 ທີ່ຫໍປະຊຸມໃຫຍ່ ຂອງແຂວງ ໂດຍການ ເປັນປະທານ ຂອງສະຫາຍ ເລັດ ໄຊຍະພອນ ເລຂາ ພັກແຂວງ ເຈົ້າແຂວງ ອັດຕະປື, ມີຄະນະບໍລິຫານງານ ພັກ ແຂວງ, ຄະນະປະຈໍາພັກເມືອງ, ຫົວໜ້າ ພະແນກການ ແລະ ພະນັກງານ ບໍານານເຂົ້າຮ່ວມ.

ໃນໂອກາດ ກ່າວເປີດ ພິທີ ສະຫາຍ ເລຂາ ພັກແຂວງ ເຈົ້າແຂວງອັດຕະປື ໄດ້ຍົກໃຫ້ ເຫັນຄວາມ ໝາຍ ຄວາມສໍາຄັນ ຂອງກອງປະຊູມ ຄັ້ງນີ້ ເຊິ່ງຈະໄດ້ ເຊື່ອມຊຶມ ມະຕິ ກອງປະຊູມ ຄົບຄະນະ ບໍລິຫານງານ ສູນກາງພັກ ຄັ້ງທີ່ 6 ສະໄໝທີ່ X , ຮັບຟັງ ການລາຍງານ ການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມກາງສະໄໝ ແລະ ທິດທາງທ້າຍສະໄໝ, ຜົນການຈັດຕັ້ງປະຕິບັດ 4 ວາລະໃຫຍ່ຂອງແຂວງ ແລະ ບັນດາຄໍາສັ່ງຂອງຂັ້ນເທິງ, ຕີລາຄາການຊີ້ນໍາ-ນໍາພາກາງສະໄໝຂອງຄະນະບໍລິຫານງານພັກແຂວງສະໄໝທີ່ X , ຮັບຟັງ ການລາຍງານ ການຈັດຕັ້ງ ປະຕິບັດ ແຜນພັດ ທະນາ ເສດຖະກິດ-ສັງຄົມ ແລະ ງົບປະມານ 6 ເດືອນ ຕົ້ນປີ ແລະ ທ້າຍປີ, ຕີລາຄາ ບັ້ນລົງ ກໍ່ສ້າງ ຮາກຖານ ການເມືອງ ໃນໄລຍະ 6 ເດືອນ ແລະ ທິດທາງ ໃນຕໍ່ໜ້າ, ຕີລາຄາ ການເຄື່ອນໄຫວ ການຊີ້ນໍາ-ນໍາພາ ຂອງຄະນະພັກ 6 ເດືອນຕົ້ນປີ ຄົບຄະນະບໍລິຫານງານ ພັກແຂວງຄັ້ງທີ່ 5 ຄັ້ງທີ່ 6 ຕິດພັນ ກັບການສໍາຫຼວດ, ການນໍາພາລວມ ຂອງຄະນະພັກ ແລະ ຕີລາຄາ ບັ້ນດໍາເນີນ ຊີວິດ ການເມືອງ ປົວແປງພັກ. ນອກຈາກນີ້ ກອງປະຊູມ ຍັງຈະໄດ້ ແບ່ງໜ່ວຍ ສໍາຫຼວດ ກວດກາ ພາຍໃນ ຄະນະບໍລິຫານງານພັກແຂວງ. ໂອກາດ ດັ່ງກ່າວ ສະຫາຍ ເລຂາພັກ ແຂວງ ປະທານ ທີ່ປະຊູມ ຍັງໄດ້ ຮຽກຮ້ອງ ມາຍັງ ຜູ້ແທນ ທີ່ເຂົ້າຮ່ວມ ຈົ່ງເປັນເຈົ້າການ ເຊີດຊູ ຄວາມຮັບຜິດຊອບ ປະກອບ ຄໍາຄິດເຫັນ ເຂົ້າໃສ່ ໃນແຕ່ລະບັນຫາ ໂດຍສະເພາະ ການແກ້ໄຂ ປະກົດການຍໍ້ທໍ້ ທີ່ເກີດຂື້ນ ໃນສັງ ຄົມ ແລະ ຫຼູດຜ່ອນ ຄວາມທູກຍາກ ເພື່ອແນໃສ່ ເຮັດໃຫ້ ແຂວງອັດຕະປື ມີຄວາມສະຫງົບ ໂດຍພື້ນຖານ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ ມີຄຸນນະພາບ ຊີວິດການເປັນຢູ່ ທີ່ດີຂື້ນ ເປັນກ້າວໆ ເຊິ່ງ ກອງປະຊູມ ຄັ້ງນີ້ ຈະດໍາເນີນໄປ ເປັນເວລາ 5 ວັນ.