ທ່ານ ຈູມມາລີ ໄຊຍະສອນ ຢ້ຽມຢາມ ເຂື່ອນໄຟ້າ ນໍ້າກົງ: ໃນມື້ວັນທີ 7 ມິຖຸນາ 2018 ທ່ານຈູມາລີ ໄຊຍະສອນ ອາດີດ ເລຂາທິການໃຫຍ່, ອາດີດ ປະທານປະເທດ ໄປລົງຢ້ຽມຢາມ ເຂື່ອນໄຟ້ານໍ້າກົງ ໂດຍມີທ່ານ ເລັດ ໄຊຍະພອນ, ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມຄະນະ ຮ່ວມເດີນທາງ ໂດຍມີທ່ານ ລ້ຽງ ຄຳພູນ ຮອງປະທານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມດ້ວຍ ວິຊາການ ໃຫ້ການຕ້ອງຮັບ. ໂອກາດດັ່ງກ່າວ ກໍ່ໄດ້ຮັບຟັງ ການລາຍງານ ຄວາມຄືບໜ້າ ການກໍ່ສ້າງໂຄງການ ດັ່ງກ່າວ. ເຄື່ອນໄຟ້ານໍ້າກົງ 2 ແມ່ນບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ຊື້ຕໍ່ ຈາກບໍລິສັດ ຮ່ວາງແອ໋ງ ສສ ຫວຽດນາມ ໂຄງການດັ່ງກ່າວ ຕັ້ງຫ່າງຈາກ ເມືອງພູວົງ ໄປທາງທິດໄຕ້ ປະມານ 27 km ມີເນື້ອທີ່ ທັງໝົດ 861 ຕາລາງກິໂລແມັດ, ສາມາດ ກັກເກັບນໍ້າໄດ້ 71,4 ລ້ານ ແມັດກ້ອນ, ຕົວເຂື່ອນ ມີຄວາມຍາວ 210 ແມັດ, ຄວາມກ້ວາງ 8 ແມັດ, ສູງ 50 ແມັດ, ມີຈັກປັ່ນໄຟ 3 ໜ່ວຍ, ດ້ວຍກຳລັງ ການຜະລິດ ແຕ່ລະໜ່ວຍ 22 MW ລວມທັງໝົດ 66 MW. ມາຮອດ ປະຈຸບັນ ໂຄງການກໍ່ສ້າງ ເຂື່ອນນໍ້າກົງ 2 ສຳເລັດແລ້ວ 98% ແລະ ກຳລັງທົດລອງ ຜະລິດກະແສໄຟ້າ ສົ່ງໃຫ້ໄຟ້າລາວ ເຊິ່ງຈະສາມາດ ຜະລິດກະແສໄຟ້າ ໄດ້ທັງໝົດ 263,11 kwh/ປີ ແລະ ຈະສ້າງລາຍຮັບ ສະເລ່ຍແຕ່ລະປີ ດ້ປະມານ 22 ລ້ານໂດລາ. ສ່ວນເຂື່ອນ ນໍ້າໄຟ້າ ນໍ້າກົງສາມ ບໍລິສັດ ຈະເລີນເຊກອງ ພະລັງານ ຈໍາກັດ ໄດ້ເຂົ້າມາຖືຮຸ້ນ 100% ໃນປີ 2016 ຄາດວ່າ ການກໍ່ສ້າງ ຈະສຳເລັດໃນປີ 2020 ເຂື່ອນດັ່ງກ່າວ ມີກຳລັງຕິດຕັ້ງ 54 ເມກາວັດ.

ໂອກາດດັ່ງກ່າວ ທ່ານຈູມາລີ ໄຊຍະສອນ ອາດີດ ເລຂາທິການໃຫຍ່, ອາດີດ ປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ ສະແດງ ຄວາມຊົມເຊີຍ ຕໍ່ບໍລິສັດ ທີ່ໄດ້ຕັດສິນໃຈ ໃນການກໍ່ສ້າງ ແລະ ເຮັດຖືກຕ້ອງ ຕາມເຕັກນິກ ສາກົນ ໂດຍມີວິຊາການ ທີ່ມີປະສົບການສູງ ແລະ ສຳນານງານ ຈາກຕ່າງປະເທດ ເປັນທີ່ປືກສາ ເຊິ່ງຈະເຮັດໃຫ້ ອາຍຸການນຳໃຊ້ ເຂື່ອນດັ່ງກ່າວຍາວນານ ທັງຮັບປະກັນ ຄວາມສ່ຽງ ຕໍ່ອຸປະຕິເຫດຕ່າງ ທີ່ຈະເກີດຂື້ນ ເພື່ອຮັບໃຊ້ ຜົນປະໂຫຍດລວມ ຂອງຊາດ ແລະ ທ້ອງຖິ່ນ ພ້ອມນັ້ນທ່ານຍັງໄດ້ຊີ້ນຳໃຫ້ບໍລິສັດ ຕ້ອງໄດ້ປະສານສົມທົບກັບທ້ອງຖິ່ນຢ່າງໄກ້ຊິດ ເພື່ອບໍລິຫານຈັດການປ່ອຍນໍ້າເຄື່ອນໃຫ້ເປັນລະບົບ ຫຼີກລຽງຜົນກະທົບຕ່າງ ພ້ອມນັ້ນກໍ່ຕ້ອງມີສ່ວນຮ່ວມໃນການສົ່ງເສີມທ້ອງຖິ່ນໃນການປະກອບອາຊີບ, ການສ້າງວຽກເຮັດງານທຳ, ຈັດສັນການທ່ອງທ່ຽວ ເພື່ອປະກອບ ສ່ວນໃນການຫຼຸດຜ່ອນຄວາມທຸຍາກຂອງປະຊາຊົນ ແລະ ນຳພາປະເທດຊາດຫຼຸດພົ້ນຈາກປະເທດດ້ອຍພັດທະນາ. ຈາກນັ້ນ ກໍ່ໄດ້ເຄື່ອນໄຫວຢ້ຽມຢາມ ກິດຈະການກໍ່ສ້າງບໍລິເວນເຂື່ອນ.