banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:40
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1429
ເດືອນນີ້:ເດືອນນີ້:7551
ທັງໝົດ:ທັງໝົດ:889013

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ເຈົ້າແຂວງອັດຕະປື ສຳເລັດການຢ້ຽມຢາມ ແຂວງພາກກາງ ແລະ ພາກໃຕ້ ສສ ຫວຽວນາມ: ໃນລະຫວ່າງ ວັນທີ 6-10 ກຸມພາ 2018 ຜ່ານມານີ້ ຄະນະຜູ້ແທນ ແຂວງອັດຕະປື ນຳໂດຍ ທ່ານ ເລັດ ໄຊຍະພອນ ເລຂາ ພັກແຂວງ, ເຈົ້າແຂວງ ອັດຕະປື ໄດ້ເຄື່ອນໄຫວ ຢ້ຽມຢາມ ບັນດາແຂວງ ພາກກາງ ແລະ ພາກໃຕ້ ສສ ຫວຽດນາມ ລວມມີ ແຂວງກອນຕູມ, ແຂວງຢາລາຍ, ບິ່ງດິ່ງ, ກວາງຫງາຍ, ດານັງ ແລະ ແຂວງເທິທຽນເຫ້ວ.

ເຊິ່ງໃນໄລຍະ ການຢ້ຽມຢາມ ແລະ ເຮັດວຽກຢູ່ ແຕ່ລະແຂວງ ທ່ານ ເລັດ ໄຊຍະພອນ ເລຂາ ພັກແຂວງ, ເຈົ້າແຂວງ ອັດຕະປື ໄດ້ຕາງໜ້າ ຄະນະພັກ, ຄະນະນຳ ພະນັກງານ ລັດຖະກອນ ກໍ່ຄື ປະຊາຊົນ ຊາວແຂວງ ອັດຕະປື ມອບກະຕ່າ ດອກໄມ້ ແລະ ຂອງຂັວນ ພ້ອມທັງ ອວຍພອນໄຊ ອັນປະເສີດ ແດ່ການນຳ ຂອງຫວຽດນາມ, ການນຳ ຂອງບັນດາແຂວງ ທີ່ໄປຢ້ຽມຢາມ ຕະຫຼອດເຖິງ ປະຊາຊົນ ຊາວຫວຽດນາມ ອ້າຍນ້ອງ ເນື່ອງໃນໂອກາດ ບຸນປີໃໝ່ ປະຈຳຊາດ ຫວຽດນາມ ຈົ່ງມີແຕ່ ຄວາມຜາສຸກ, ມີພາລະໄມ ສົມບູນ ແຂງແຮງ ແລະ ປະສົບຜົນ ສຳເລັດ ໃນທຸກໆດ້ານ, ອວຍພອນ ແດ່ ສາຍພົວພັນ ມິດຕະພາບ, ຄວາມສາມັກຄີ ແບບພິເສດ, ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ກໍ່ຄື ແຂວງອັດຕະປື ກັບບັນດາແຂວງ ພາກກາງ ຫວຽດນາມ ຈົ່ງໝັ້ນຄົງ ທະນົງແກ່ນ ແລະ ງອກງາມ ຕະລອດໄປ.

ໂອກາດ ດັ່ງກ່າວ ແຂວງອັດຕະປື ຍັງໄດ້ມອບເງິນ ຈໍານວນໜື່ງ ຊ່ວຍບັນເທົາທຸກ ໃຫ້ 3 ແຂວງ ທີ່ປະສົບ ກັບໄພນໍ້າຖ້ວມ ໄລຍະຜ່ານມາ ຄື: ແຂວງບິ່ງດິ່ງ, ແຂວງກວາງຫງາຍ ແລະ ແຂວງເທິທຽນ ເຫ່ວ ລວມເປັນເງິນ 360 ລ້ານກີບ. ເຊິ່ງການ ເຄື່ອນໄຫວ ຢ້ຽມຢາມ ຫວຽດນາມ ຂອງທ່ານເຈົ້າແຂວງ ອັດຕະປືຄັ້ງນີ້ ແມ່ນເປັນຄັ້ງ ທຳອິດ ພາຍຫຼັງ ທີ່ທ່ານ ໄດ້ຮັບການ ແຕ່ງຕັ້ງ ເປັນເລຂາພັກ ແຂວງ, ເຈົ້າແຂວງ ອັດຕະປື ຜູ້ໃໝ່ ເພື່ອສ້າງຄວາມ ເຊື່ອໝັ້ນ ກັບບັນດາແຂວງ ຂອງຫວຽດນາມ ທີ່ມີສາຍພົວພັນ ຮ່ວມກັນ ກັບແຂວງ ອັດຕະປື, ພ້ອມທັງ ເປັນການ ຢືນຢັນ ທີ່ຈະສືບຕໍ່ ຊຸກຍູ້ ສົ່ງເສີມ ແລະ ອຳນວຍ ຄວາມສະດວກ ໃນດ້ານການ ລົງທືນ, ການທ່ອງທ່ຽວ, ການກໍ່ສ້າງ ຊັບພະຍາກອນ ມະນຸດ, ການແລກປ່ຽນ ບົດຮຽນ ດ້ານວິ ຊາການ ແລະ ການສົ່ງຄະນະ ຜູ້ແທນຂັ້ນສູງ ຢ້ຽມຢາມກັນ ໃຫ້ເປັນປົກະຕິ ໃນແຕ່ລະປີ ເພື່ອເປັນການ ເສີມສ້າງ ມູນເຊື້ອ ຄວາມສາມັກຄີ ທີ່ມີມາແລ້ວນັ້ນ ໃຫ້ມີຄວາມ ໜັກແໜ້ນ, ເລິກເຊິ່ງ ແລະ ເປັນຮູບ ປະທຳ ໃນການ ປະຕິບັດຕົວຈິງ ໃຫ້ມີຜົນສຳເລັດ.