banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:123
ມື້ວານນີ້:ມື້ວານນີ້:363
ອາທິດນີ້:ອາທິດນີ້:2447
ເດືອນນີ້:ເດືອນນີ້:8569
ທັງໝົດ:ທັງໝົດ:890031

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ທ່ານເຈົ້າແຂວງອັດຕະປືສຳເລັດການເຄື່ອນໄຫວຢ້ຽມຢາມ 5 ຕົວເມືອງ ຫວ່າງບໍ່ ດົນມານີ້ ທ່ານ ເລັດ ໄຊຍະພອນ ເລຂາ ພັກແຂວງ, ເຈົ້າແຂວງ ອັດຕະປື ພ້ອມດ້ວຍ ຄະນະ ໄດ້ເຄື່ອນໄຫວ ລົງຢ້ຽມ ຢາມ 5 ຕົວເມືອງ ອ້ອມຂ້າງແຂວງ ລວມມີ: ເມືອງໄຊເສດຖາ, ພູວົງ, ຊານໄຊ, ສະໜາມໄຊ ແລະ ເມືອງສາມັກຄີໄຊ.

ເຊິ່ງການລົງ ຢ້ຽມຢາມ, ພົບປະ ໂອ້ລົມ ຢ່າງເປັນ ທາງການ ຄັ້ງນີ້ ເປັນຄັ້ງ ທຳອິດ ພາຍຫຼັງ ທີ່ທ່ານ ໄດ້ຮັບການ ແຕ່ງຕັ້ງ ເປັນເລຂາ ພັກແຂວງ, ເຈົ້າແຂວງ ອັດຕະປື ຜູ້ໃໝ່ ໃນການລົງ ຢ້ຽມຢາມ, ພົບປະ ໂອ້ລົມ ພະນັກງານ ການນຳ ຢູ່ແຕ່ລະເມືອງ ທ່ານເຈົ້າແຂວງ ໄດ້ໃຫ້ ທິດຊີ້ນຳ ໃຫ້ການນຳ ຂອງເມືອງ ຈະຕ້ອງ ໄດ້ເປັນ ເຈົ້າການ ຍົກສູງ ແບບແຜນ ການນຳພາ, ການຄຸ້ມຄອງ-ບໍລິຫານລັດ ໄປຕາມ ລະບຽບ ກົດໝາຍ, ພ້ອມທັງ ສຳຫຼວດ ກວດກາ ໜ້າທີ່ ຄວາມຮັບ ຜິດຊອບ ຂອງແຕ່ລະ ຂະແໜງການ, ພະນັກງານ-ສຳມະຊິກພັກ ໃນການ ເຮັດຫຼ້ອນ ໜ້າທີ່ ຄວາມຮັບຜິດຊອບ, ພ້ອມທັງ ປັບປຸງ ແບບແຜນວິທີ ເຮັດວຽກ ແກ້ໄຂ ສິ່ງທີ່ຫຍໍ້ທໍ້, ກົດໜ່ວງ ທ່ວງດືງ ການພັດທະນາ ເພື່ອພ້ອມກັນ ບຸກທະລຸ ໄປພ້ອມໆ ກັບການ ສືກສາ ອົບຮົມ ການເມືອງ ແນວຄິດ ໃຫ້ມີຄວາມ ໜັກແໜ້ນ ເຂັ້ມແຂງ. ນອກນັ້ນ ກໍ່ຕ້ອງ ເອົາໃຈໃສ່ ປະຕິບັດ ກົນໄກ ສາມສ້າງ, ການ ແບ່ງ ຂັ້ນຄຸ້ມຄອງ, ການປະຕິບັດ ໃຫ້ຖືກ ຕາມທິດ, ສີ່ເນື້ອໃນ, ສີ່ຄາດໝາຍ ເພື່ອບັນລຸ ໃຫ້ໄດ້ ຄາດໝາຍ ສູ້ຊົນ ໃນການ ສ້າງບ້ານ ພັດທະນາ, ສ້າງເມືອງ ເຂັ້ມແຂງ ຮອບດ້ານ ໃນນີ້ ເລັ່ງໃສ່ ການສູ້ຊົນ ປະຕິບັດ ລາຍຮັບ, ຄຸ້ມຄອງ ລາຍຈ່າຍ ເປັນຕົ້ນແມ່ນ ການປັງປຸງ ຖານຂໍ້ມູນ ລາຍຮັບ ຈາກທີ່ດີນ ທີ່ເປັນທ່າແຮງ ແລະ ບັນດາ ຫົວໜ່ວຍ ທຸລະກິດຕ່າງໆ. ຄຽງຄູ່ກັນນັ້ນ ຕ້ອງໄດ້ ຊຸກຍູ້ ການຜະລິດ ສົ່ງເສີມ ການປູກ-ການລ້ຽງ ຈັດສັນ ເຂດທຳການ ຜະລິດ, ຈັດສັນ ອາຊີບ ຕິດພັນ ກັບການ ລົງທືນຂອງ ໂຄງການຕ່າງໆ ເພື່ອສ້າງ ວຽກເຮັດງານທຳ, ສ້າງລາຍຮັບ ກ້າວໄປເຖິງ ການລົບ ລ້າງ ຄວາມທຸກຍາກ.