banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:203
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2448
ເດືອນນີ້:ເດືອນນີ້:13303
ທັງໝົດ:ທັງໝົດ:880479

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປືທຳລາຍຢາເສບຕິດ

   ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດວັນທີ 26 ມິຖຸນາ 1987 ຫາ 26 ມິຖຸນາ 2014 ຄົບຮອບ 27 ປີ ຫ້ອງການກວດກາ ແລະ ຄອບຄູມຢາເສບຕິດແຂວງ ໄດ້ຈັດພິທີຈູດທຳລາຍຢາ ເສບຕິດຂື້ນ ໃນຕອນເຊົ້າວັນທີ 27 ມິຖຸນາ 2014 ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການ ເປັນປະທານຂອງທ່ານ ນາງ ຫວັດສະດີ ໂຄດໂຍທາ ຄະນະປະຈຳພັກ ແຂວງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ອັດຕະປື ປະທານຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ ແຂວງ ມີພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ ຕະຫລອດຮອດນັກຮຽນ ນັກສືກສາເຂົ້າ ຮ່ວມຈຳນວນຫຼວງຫຼາຍ ໃນພິທີ ທ່ານ ນາງຫວັດສະດີ ໂຄດໂຍທາ ຮອງເລຂາພັກແຂວງ ປະທານ ຄະນະກຳມະການກວດກາ ແລະ ຄອບຄຸມຢາເສບ ຕິດແຂວງ ໄດ້ຂື້ນກ່າວກຳປາໃສ ບັນຫາສຳຄັນ ທ່ານໄດ້ຍົກໃຫ້ເຫັນເຖິງສະພາບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ກຳລັງ ແຜ່ລະ ບາດຢູ່ໃນສັງຄົມປະຈຸບັນ ເຊິ່ງມັນໄດ້ສົ່ງຜົນສະທ້ອນ ກົດໜ່ວງທ່ວງດືງ ຕໍ່ການສ້າງສາ ພັດທະນາ ເສດຖະກິດສັງຄົມຂອງແຂວງ ກໍ່ຄືຂອງປະເທດຊາດ ເປັນຕົ້ນເຫດແຫ່ງການກໍ່ອາດສະຍາກຳປຸ້ນ ຈີ້ຊິງຊັບ ຂີ້ລັກງັບແງະ ສ້າງ ຄວາມບໍ່ສະຫງົບແກ່ສັງຄົມ ເຊິ່ງຕະຫຼອດໄລຍະ 1 ປີຜ່ານມາ ຢູ່ແຂວງ ອັດຕະປື ມີຄະດີຢາເສບຕິດທັງໝົດ 31 ເລື່ອງ ມີຜູ້ຕ້ອງຫາ 41 ຄົນ, ຍິງ 17 ຄົນ ຢືດຢາບ້າ ໄດ້ຈຳນວນ 11.980 ເມັດ ໃນນີ້ສານຕັດສີນແລ້ວ 18 ເລື່ອງ ຜູ້ຕ້ອງຫາ 33ຄົນ ຍິງ 15 ຄົນ ຂອງ ກາງຢາມ້າຈຳນວນ 10.363ເມັດ ທຽບໃສ່ປີຜ່ານມາເພີ່ມຂື້ນ 3.408ເມັດ ເທົ່າກັບ 49% ສະແດງ ໃຫ້ເຫັນ ວ່າສະພາບການແຜ່ລະບາດຂອງຢາເສບຕິດຢູ່ແຂວງອັດຕະປື ຍັງສືບຕໍ່ເພີ່ມຂື້ນເລື້ອງໆ ໂອກາດດັ່ງກ່າວ ປະທານກວດ ກາແລະຄອບຄຸມຢາເສບຕິດຂັ້ນແຂວງ ກໍ່ໄດ້ຮຽກຮ້ອງມາຍັງອົງ ການຈັດຕັ້ງທຸກພາກສ່ວນ ພໍ່ແມ່ຜູ້ປົກຄອງ ຕະຫຼອດ ເຖິງຊາວໝຸ່ມເຍົາວະຊົນທຸກທົ່ວໜ້າ ຈົ່ງໄດ້ ເຂົ້າຮ່ວມໃນຂະບວນການຕ້ານ ແລະ ສະກັດກັ້ນ, ຈຳກັດການແຜ່ລະບາດຂອງຢາເສບຕິດ ໃຫ້ຫຼຸດ ນ້ອຍຖອຍລົງໃນສັງຄົມ ຖືເອົາການສືກສາອົບຮົມ ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບ ຕິດ ເປັນວຽກຕົ້ນຕໍ ເພື່ອປູກຈິດສຳນືກໃຫ້ຊາວໝຸ່ມ - ເຍົາວະຊົນ ເຫັນໄດ້ເຖິງໄພອັນຕະລາຍຂອງຢາ ເສບຕິດ ຄຽງຄູ່ກັບການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດຕໍ່ຜູ້ຜະລິດ, ຜູ້ຄ້າ, ຜູ້ຂາຍ ເພື່ອ ກ້າວໄປເຖິງການສ້າງຄອບຄົວ, ບ້ານ, ເມືອງ ແລະ ແຂວງປອດຢາເສບຕິດ ຈາກນັ້ນຕອນທ້າຍ ຂອງພິທີຍັງໄດ້ມີການ ຈູດທຳລາຍຢາເສບຕິດ ປະເພດຢາມ້າຈຳນວນ 10.363 ເມັດ ໂດຍຊ້ອງ ໜ້າມວນຊົນເຂົ້າຮ່ວມຈຳນວນຫຼວງຫຼາຍ.