banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:75
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2320
ເດືອນນີ້:ເດືອນນີ້:13175
ທັງໝົດ:ທັງໝົດ:880351

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຮອງເລຂາພັກແຂວງ ຊີ້ນຳເມືອງ ສາມັກຄີໄຊ ຫັນມະຕິ X ລົງເຊື່ອມ ຊືມຮາກຖານ ໃນມື້ ວັນທີ 10 ມັງກອນ 2017 ທ່ານ ນ. ມີນາພອນ ໄຊຊົມພູ ຄະນະປະຈຳພັກແຂວງ, ຮອງເລຂາພັກແຂວງ ພ້ອມຄະນະ ໄດ້ລົງຊຸກຍູ້ ແລະ ປະເມີນ ການຈັດຕັ້ງ ຜັນຂະຫຍາຍມະຕິ X ຂອງພັກ ແລະ ມະຕິ X ຂອງອົງຄະນະພັກແຂວງ ຢູ່ເມືອງສາມັກຄີໄຊ ໂອກາດດັ່ງກ່າວ ກໍ່ໄດ້ຮ່ວມປືກສາຫາລື ກັບຄະນະພັກ, ອຳນາດການ ປົກຄອງເມືອງ; ໃນນີ້, ໄດ້ຮັບຟັງການລາຍງານ ສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງ; ຈາກທ່ານ ຄຳໝັ້ນ ສີສະໝຸດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສາມັກຄີໄຊ ພ້ອມທັງມີການ ປະກອບຄຳຄິດ, ຄຳເຫັນ ເຂົ້າໃສ່ແຕ່ລະໜ້າວຽກ ຕາມແຕ່ລະຂົງເຂດ ໃນນີ້, ເລັ່ງໃສ່ຄົ້ນຄວ້າ, ຊອກຫາສາຍເຫດ, ຂໍ້ຄົງຄ້າງ ແລະ ປືກສາຫາລື ວິທີການແກ້ໄຂ ບັນດາໜ້າວຽກ ທີ່ຍັງເຮັດ ບໍ່ທັນໄດ້ດີ ເປັນຕົ້ນແມ່ນ: ການແກ້ໄຂປະກົດການ ຫຍໍ້ພາຍໃນເມືອງ, ການແກ້ໄຂ ຄວາມທຸກຍາກ ແລະ ການເກັບລາຍຮັບ ບໍ່ບັນລຸ ຕາມຄາດໝາຍ ແລະ ບັນຫາອື່ນໆ ຕໍ່ສະພາບການ ດັ່ງກ່າວ ທ່ານ ນ. ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະນຳ ຂອງເມືອງສາມັກຄີໄຊ ເຊິ່ງນອກຈາກທ່ານ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານ ທີ່ເມືອງຍາດມາໄດ້ແລ້ວ ທ່ານຍັງໄດ້ ມີຄຳເຫັນແລກປ່ຽນ ແລະ ຊີ້ນຳເມືອງສາມັກຄີໄຊ ໃນຫຼາຍບັນຫາ; ອັນສຳຄັນແມ່ນ ໄດ້ຮຽກຮ້ອງໃຫ້ ການນຳເມືອງ ເພີ່ມທະວີບົດບາດ ການນຳພາຂອງພັກ, ປັບປຸງກົງຈັກ ການຈັດຕັ້ງພັກ ແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ເພີ່ມທະວີການສືກສາອົບຮົມ ພະນັກງານ, ສຳມະຊິກພັກ ແຕ່ລະຂັ້ນ ພ້ອມທັງຫັນ ມະຕິ X ຂອງພັກ, ລະບຽບ, ກົດໝາຍຂອງລັດ ລົງເຊື່ອມຊືມ ຕາມແຕ່ລະຮາກຖານ ປະຊາຊົນ ໃຫ້ເຂົ້າໃຈ ຢ່າງທົ່ວເຖິງ, ປຸກລະດົມ ຂະບວນການມະຫາຊົນ ມີສ່ວນຮ່ວມ ແລະ ຄວາມຮັບຜິດຊອບ ໃນແຕ່ລະຂົງເຂດວຽກງານ ໄປພ້່ອມໆກັບການ ສົ່ງເສີມການຜະລິດ ກະສິກຳເປັນສິນຄ້າ, ຂຸດຄົ້ນການເກັບລາຍຮັບ ໃຫ້ບັນລຸຕາມເປົ້າໝາຍ, ທ່າແຮງຕົວຈິງຂອງເມືອງ. ການລົງຊຸກຍູ້ ແລະ ປະເມີນ ການຜັນຂະຫຍາຍ ມະຕິ X ຢູ່ເມືອງສາມັກຄີໄຊ ຄັ້ງນີ້ ກໍ່ເພື່ອເກັບກຳຂໍ້ມູນ ຕົວຈິງ ກະກຽມໃຫ້ແກ່ການ ດຳເນີນກອງປະຊຸມ ເປີດກວ້າງ ຂອງອົງຄະນະພັກແຂວງ ທີ່ຈະໄຂຂື້ນ ໃນທ້າຍເດືອນນີ້.