banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:487
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1876
ເດືອນນີ້:ເດືອນນີ້:7998
ທັງໝົດ:ທັງໝົດ:889460

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື-ຊຽງແຕງ ປືກສາຫາລືການຮ່ວມມື ການພົບປະປືກສາຫາລື ຂອດການຮ່ວມມື ລະຫວ່າງ ແຂວງອັດຕະປື ສປປລ ແລະ ແຂວງຊຽງແຕງ ລາດຊະອານາຈັກກຳປູເຈຍ ໄດ້ຈັດຂື້ນ ທີ່ໂຮງແຮມ ຮ່ວາງແອັງອັດຕະປື ໃນຕອນເຊົ້າ ວັນທີ 28 ສິງຫາ 2016 ໂດຍການເປັນປະທານ ຮ່ວມ ລະຫວ່າງ ທ່ານ ປອ ນາມ ວິຍາເກດ ເຈົ້າແຂວງອັດຕະປື ແລະ ທ່ານ ມຸມ ສາເຮືອນ ເຈົ້າແຂວງຊຽງແຕງ ໂດຍມີ ຄະນະນຳ ແລະ ພະແນກການ ສອງແຂວງເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນການພົບປະຄັ້ງນີ້ ກ່ອນອື່ນສອງຝ່າຍ ໄດ້ແຈ້ງສະພາບ ການພັດທະນາ ເສດຖະກິດສັງຄົມ ຂອງແຂວງຕົນ ໃຫ້ກັນຊາບ ຈາກນັ້ນ ກໍ່ໄດ້ປືກສາຫາລື ຂອດການຮ່ວມມື ໂດຍສະເພາະ ແມ່ນການ ຈັດຕັ້ງ ປະຕິບັດ ການຮ່ວມມື ຕາມບົດບັນທືກ ກອງປະຊຸມຮອບວຽນ ທີ່ແຂວງຊຽງແຕງ ເປັນເຈົ້າພາບ ໃນປີຜ່ານມາ ໃຫ້ໄດ້ຮັບ ການຜັນຂະຫຍາຍ ແລະ ເປັນຮູບປະທຳ ສອງຝ່າຍເຫັນດີ ທີ່ຈະຊຸກຍູ້ ແລະ ອຳນວຍ ຄວາມສະດວກ ເພື່ອສົ່ງເສີມ ຂະແໜງການ ທີ່ກ່ຽວຂ້ອງ ມີການເຄື່ອນໄຫວ ພົບປະແລກປ່ຽນບົດຮຽນ ເພື່ອຮັດແໜ້ນ ຄວາມສາມັກຄີ ເປັນຕົ້ນ ດ້ານກິລາ, ສິນລະປະ ວັນນະຄະດີ, ລວມທັງການສ້າງ ຂອດປະສານງານ ບໍລິເວນຊາຍແດນ ເພື່ອໃຫ້ເຈົ້າໜ້າທີ່ ສອງຝ່າຍໄດ້ພົບປະ ສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ທັງເປັນການ ແລກປ່ຽນຂໍ້ມູນ ໃນການສະກັດກັ້ນ ການລັກລອບ ຊັບພະຍາກອນ ທຳມະຊາດ ບໍລິເວນຊາຍແດນ, ບັນຫາຢາເສບຕິດ, ການຄ້າມະນຸດ ລວມທັງການ ອຳນວຍຄວາມສະດວກ ແກ່ປະຊາຊົນ ທີ່ອາໃສ ຢູ່ບໍລິເວນຊາຍແດນ ໄດ້ໄປມາຫາສູ່ ແລກປ່ຽນ ຊື້ຂາຍສິນຄ້າ, ການເຂົ້າອອກດ່ານ ໃຫ້ຖືກຕ້ອງຕາມ ລະບຽບກົດໝາຍ ພ້ອມທັງກຽມຄວາມພ້ອມ ສ້າງເງື່ອນໄຂ ເພື່ອຍົກລະດັບ ດ່ານປະເພນີ ຊາຍແດນ ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງແສນປາງ ແຂວງຊຽງແຕງ ໃຫ້ເປັນດ່ານສາກົນ.

ເຊິ່ງການມາຢ້ຽມຢາມ, ພົບປະປືກສາຫາລື ຂອງຄະນະຜູ້ແທນ ແຂວງຊຽງແຕງ ຄັ້ງນີ້ ນອກຈາກປືກສາຫາລື ຂອດການຮ່ວມມືແລ້ວ ຍັງເປັນການມາ ແນະນຳຕົວ ພາຍຫຼັງທີ່ທ່ານ ມາຮັບໜ້າທີ່ ເປັນປະທານ ຄະນະກຳມາທິການ ຄະນະພັກແຂວງ, ເຈົ້າແຂວງໆ ຊຽງແຕງຜູ້ໃໝ່ ເຊິ່ງຈະເປັນການ ປະກອບສ່ວນເສີມ ສ້າງມູນເຊື້ອ ຄວາມສາມັກຄີ ແລະ ການຮ່ວມມື ສອງແຂວງ ອັດຕະປືຊຽງແຕງ ໃຫ້ຈະເລີນງອກງາມ ຫຍິ່ງໆຂື້ນ ໃນທ່າມກາງ ບັນຍາກາດ ທີ່ສອງປະເທດ ລາວ-ກຳປູເຈຍ ພວມຢູ່ໃນໄລຍະ ສະເຫຼີມສະຫຼອງ ສາຍພົວພັນການທູດ ຄົບຮອບ 60 ປີ.