ເຈົ້າແຂວງອັດຕະປື ລົງກວດກາການລັກຕັດ ໄມ້ເຂດເມືອງສະໜາມໄຊ ໃນວັນທີ 29 ເມສາ 2016 ນີ້ ທ່ານ ເຈົ້ແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ສົມທົບກັບ ເມືອງສະໜາມໄຊ ລົງກວດກາພື້ນທີ່ ການລັກລອບຕັດໄມ້ ທີ່ຜິດກົດໝາຍ ເຂດຫີນລາງ, ຫ້ວຍຊອຍ ທີ່ຂື້ນກັບ ບ້ານໜອງຫີນ, ໄຊດອນໂຂງ, ໜອງມ່ວງມັດກາ ເປັນເຂດເ ຊື່ອມຕໍ່ປ່າສະຫງວນ ເຊປຽນ ແລະ ເຊຄຳພໍ ໃນການລົງກວດກາ ຄັ້ງນີ້ ຄະນະຂອງ ທ່ານ ເຈົ້າແຂວງ ໄດ້ໄປເບິ່ງຕົວຈິງ ສະພາບການລັກຕັດໄມ້ ໃນເຂດດັ່ງກ່າວ ເຊິ່ງມີການເຮັດ ເປັນຂະບວນການ ໂດຍມີພໍ່ຄ້າເປັນ ຜູ້ຕົວະຍົວະ ປະຊາຊົນຈຳນວນນື່ງ ເຂົ້າຮ່ວມໃນຂະບວນການ ດັ່ງກ່າວ ພາຍຫຼັງລົງກວດກາ ຕົວຈິງແລ້ວ ທ່ານ ເຈົ້າແຂວງ ພ້ອມຄະນະ ກໍ່ໄດ້ມີການປືກສາຫາລື ກັບອຳນາດການປົກຄອງ ເມືອງສະໜາມໄຊ ແລະ ບ້ານທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂ.
ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງ ຍັງໄດ້ຊີ້ນຳໃຫ້ ເມືອງສະໜາມໄຊ ກໍ່ຄືຄະນະສະເພາະກິດ ແກ້ໄຂປະກົດການ ຫຍໍ້ທໍ້ດັ່ງກ່າວ ຈັດວາງກຳລັງ ປະຈຳແຕ່ລະຈຸດ ທີ່ສຳຄັນ ພ້ອມທັງ ມີມາດຕະການ ຕໍ່ຜູ້ລະເມີດຢ່າງເດັດຂາດ.