banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:83
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2328
ເດືອນນີ້:ເດືອນນີ້:13183
ທັງໝົດ:ທັງໝົດ:880359

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຮອງປະທານສະພາແຫ່ງຊາດໂອ້ລົມພະນັກງານຫຼັກແຫຼ່ງແຂວງອັດຕະປື ໃນລະຫວ່າງວັນທີ 22 - 23 ກັນຍາ 2015 ນີ້ ທ່ານ ດຣ ໄຊສົມພອນ ພົມວິຫານ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໂດຍມີ ທ່ານ ພອນສະໃໝ ມຽງລາວັນ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງ ພ້ອມດ້ວຍ ຄະນະສຳມະຊິກສະພາແຫ່ງຊາດ ໃຫ້ກຽດຕ້ອນຮັບ. ໃນການເດີນທາງມາເຄື່ອນໄຫວຢູ່ແຂວງອັດຕະປືຄັ້ງນີ້ ທ່ານ ຮອງປະທານສະພາແຫ່ງຊາດພ້ອມຄະນະ ໄດ້ພົບປະ ແລະ ເຮັດວຽກກັບຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ໂດຍໄດ້ຮັບຟັງການລາຍງານ ການເຄື່ອນໄຫວວຽກຂອງຄະນະ ສສຊ ຜ່ານມາ ເປັນຕົ້ນ: ການກະກຽມໃຫ້ແກ່ການສ້າງຕັ້ງສະພາທ້ອງຖິ່ນ, ການກະກຽມກອງປະຊຸມຄົບຄະນະຂອງ ສສຊ ປະຈຳເຂດເລືອກຕັ້ງ ພ້ອມນັ້ນ ຍັງໄດ້ພົບປະເຮັດວຽກກັບການນຳ, ພະນັກງານຫຼັກແຫຼ່ງຂອງເມືອງສາມັກຄີໄຊ ເກັບກຳຄຳສະເໜີ ແລະ ຄວາມມຸ້ງມາດປາດຖະໜາຂອງປະຊາຊົນບັນດາເຜົ່າ, ພົບປະໂອ້ລົມ ພະນັກງານການນຳ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ທີ່ສະໂມສອນຫ້ອງວ່າການ ໂດຍໄດ້ຮັບຟັງ ການລາຍງານ ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມຂອງແຂວງ ລາຍງານໂດຍ ທ່ານ ພອນສະໃໝ ມຽງລາວັນ ຄະນະປະຈຳພັກແຂວງ ຮອງເລຂາພັກແຂວງອັດຕະປື. ຈາກນັ້ນ ທ່ານ ດຣ ໄຊສົມພອນ ພົມວິຫານ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ກຽດມີຄຳເຫັນ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົຍເຊີຍ ຕໍ່ຄະນະພັກອຳນາດການປົກຄອງແຂວງ ກໍ່ຄືປະຊາຊົນບັນດາເຜົ່າຊາວແຂວງອັດຕະປື ທີ່ໄດ້ຮ່ວມແຮງຮ່ວມໄຈສາມັກຄີກັນ ສ້າງສາພັດທະນາພັດທະນາແຂວງອັດຕະປືມີບາດກ້າວຂະຫຍາຍຕົວໃໝ່ ພ້ອມນັ້ນ ທ່ານກໍ່ໃຫ້ກຽດໂອ້ລົມ ບັນຫາສຳຄັນ ທ່ານໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ພາກພື້ນ, ຍົກໃຫ້ເຫັນກາລະໂອກາດ ແລະ ສິ່ງທ້າທາຍໃນການສ້າງສາພັດທະນາປະເທດຊາດ ພ້ອມນັ້ນຍັງໄດ້ເຜີຍແຜ່ ຜົນສຳເລັດກອງປະຊຸມສະໄໝສາມັນຊຸດທີ 9 ຂອງສະພາແຫ່ງຊາດ ຊຸດທີ 7 ພ້ອມທັງ ມີຄຳເຫັນແລກປ່ຽນຊີ້ນຳ ແຂວງອັດຕະປື ໃນແກ້ໄຂຄວາມທຸກຍາກ ຕີດພັນກັບການຜະລິດຂອງປະຊາຊົນ ສົ່ງເສີມການປູກ-ການລ້ຽງ ແລະ ຜະລິດເປັນສີນຄ້າ, ເອົາໄຈໃສສືກສາອົບຮົມ ພະນັກງານລັດຖະກອນ, ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ເຊື່ອມຊືມຕໍ່ແນວທາງນະໂຍບາຍ ລະບຽບກົດໝາຍຂອງລັດ, ຊຸກຍູ້ຂະບວນການແຂ່ງຂັນ ຮັກຊາດພັດທະນາ, ຂະບວນການວຽກງາມສາມສ້າງ, ປົກປັກຮັກສາຊັບພະຍາກອນທຳມະຊາດ ສະພາບແວດລ້ອມ ແລະຄວາມສະຫງົບສຸກຂອງບ້ານເມືອງ. ໂອກາດດັ່ງກ່າວ ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ສຳຄັນຂອງແຂວງຈຳນວນໝື່ງ.